• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນເດຍ


(ພາບປະກອບ)
      ຕອນ​ເຊົ້າ​ວັນ​ທີ 10/01 ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ອິນ​ເດຍ (07/01/1972 – 07/01/2017) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ (06/07/2007 – 06/07/2017). ກ່າວ​ຄຳ​ເຫັນ​ທີ່​ພິທີ,  ທ່ານ ຮີ​ງ​ແກກມ້າງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ  ການພົວພັນ ຫວຽດນາມ - ອິນ​ເດຍ ​ໄດ້​ຮັບຜົນງານ​ໃຫຍ່​ຫລວງຫລາຍ​ຢ່າງ ​ແລະ ​ໄດ້​ຮັບ​ການ​ຍົກ​ສູງ, ​ເປີດ​ກ້ວາງ​ໃນ​ທຸກ​ຂົງ​ເ​ຂດຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ຊຸມ​ປີຜ່ານມາ, ພິ​ເສດ​ແມ່ນພາຍຫລັງ​ການ​ນຳ 2 ປະ​ເທດ​ເຫັນ​ດີ​ເປັນ​ເອກະ​ພາບ​ຍົກ​ລະດັບ​ການ​ພົວພັນ​ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ປີ 2016, ການ​ພົວພັນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ​ນັບ​ມື້​ນັບ​ພັດທະນາ, ​ເຂົ້າ​ສູ່​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ນາງ Smita Pant ຫົວ​ໜ້າ​ສະຖານກົງສູນ​ໃຫຍ່ ອິນ​ເດຍ ປະຈຳ ນະຄອນ ​ໂຮ່ຈີ​ມິນ ຕີ​ລາຄາ​ການ​ພົວພັນ ຫວຽດນາມ - ອິນ​ເດຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ບົນ​ພື້ນຖານ​ໝັ້ນຄົງ ດ້ວຍ​ການ​ເຊື່ອ​ມຕໍ່​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ຄວາມສີວິ​ໄລ, ຄວາມ​ໄວ​​້​ເນື້ອ​ເຊື່ອ​ໃຈ, ​ຄວາມເຂົ້າ​ໃຈ ​ແລະ ມີ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນຢູ່ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ທ່ານ​ນາງ Smita Pant ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ກິດຈະກຳ​ຮ່ວມ​ມື​ກ່ວາ​ອີກ​ ສ້າງ​ຄວາມ​ຮ່ວມ​ສຳພັນ​ກ່ຽວ​ກັບ​ການທ່ອງທ່ຽວ, ວັດທະນະທຳ ​ແລະ ມະນຸດ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ອິນ​ເດຍ ກັບ ນະຄອນ ​ໂຮ່ຈີ​ມິນ, ປະກອບສ່ວນປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ຫລາຍ​ສົ້ນອັນ​ດີງາມ ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top