• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຢູແກຼນ


ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນ
ທາງການທູດລະຫວ່າງ ຫວຽດນາມ - ຢູແກຼນ

      ຕອນ​ຄ່ຳ​ວັນ​ທີ 22/03 ຢູ່​ນະຄອນ Kharkov ສະຖານທູດ ຫວຽດນາມ ປະຈຳ ຢູ​ແກຼນ ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຢູ​ແກຼນ (23/01/1992 – 23/01/2017)
        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ມີ​ງຈີ໋ ​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ ປະຈຳ ຢູ​ແກຼນ ຢືນຢັນ​ວ່າ: ຫວຽດນາມ ​ແລະ ຢູ​ແກຼນ ມີ​ສາຍ​ພົວພັນ​ມິ​ດຕະພາບທີ່​ເປັນ​ມູນ​ເຊື້ອ​ໄດ້​ຮັບ​ການ​ສ້າງສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ປະຊາຊົນ 2 ປະ​ເທດ​ຫລາຍລຸ້ນຄົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີ​ງຈີ໋ ​​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ 2 ປະ​ເທດ​ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່, ຍາດ​ໄດ້​ໄຊ​ຊະນະ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ປະຊາຊົນ, ​ເພື່ອ​ຄວາມ​ສີວິ​ໄລ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດບາດຂອງ ຫວຽດນາມ ​ແລະ ຢູ​ແກຼນ ​ໃນ​ພາກ​ພື້ນ ​ແລະ ​ໂລກ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top