• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫລີມສະຫລອງ 67ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີນ


ທ່ານ​ ຄຸ້ງ​ແຊວ​ຢູງ  ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຫວຽດ​ນາມ
ພາບ:(qdnd.vn)
 
      ຕອນ​ຄ່ຳ​ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຈີນ ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫລີມ​ສະ​ຫລອງ 67 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີ​ນ (18/1/1950-18/1/2017). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽ​ນ​ຈີ​ຢູ​ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຢືນ​ຢັນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ຈີນ​ເປັນ​ສຳ​ຄັນ. ຫວຽດ​ນາມ ​ແລະ ​ຈີນພ້ອມ​ແລ້ວ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ​ໃຫ້ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ມີ​​ສະ​ຖຽນ​ລະ​ພາບ, ໝັ້ນ​ຄົງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໂລກ.
      ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຫວຽດ​ນາມ ຄຸ້ງ​ແຊວ​ຢູງ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ບັນ​ລຸ​ໄດ້​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ 67 ປີ​ຜ່ານ​ມາ. ທ່ານ ຄຸ້ງ​ແຊວ​ຢູງ ຢືນ​ຢັນ​ວ່າ: ຈີນ ​ຖືການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ, ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຕີ​ລາ​ຄາ​ສູງຫຼັກ​ໝັ້ນ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ​ຕໍ່​ລັດ​ທິ​ຫຼາຍ​ຝ່າຍ ແລະ ກົດ​ໝາຍ​ສາ​ກົນ

ສ​ປ​ຊ ຕີ​ລາ​ຄາ​ສູງຫຼັກ​ໝັ້ນ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ​ຕໍ່​ລັດ​ທິ​ຫຼາຍ​ຝ່າຍ ແລະ ກົດ​ໝາຍ​ສາ​ກົນ

ຫວຽດນາມ ປາດຖະໜາຢາກປະກອບສ່ວນຢ່າງແທ້ຈິງເຂົ້າໃນບັນດາຄວາມມານະພະຍາຍາມໄກ່ເກ່ຍ ແລະ ເຊື່ອມຈອດພາຍຫຼັງການປະທະກັນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ ແລະ ເສີມຂະຫຍາຍບົດບາດຂອງ ຫວຽດນາມ ໃນການສ້າງສັນຕິພາບແບບຍືນຍົງໃຫ້ຫຼາຍກ່ວາອີກ.

Top