ຕອນເຊົ້າວັນທີ 9 ສິງຫາ 2020, ໃນແຜນການເຮັດວຽກທີ່ແຂວງ ກ່າເມົາ, ສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານຂອງສູນກາງ ໄດ້ມາຢ້ຽມຢາມກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ສັງກັດກັບກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ.
![]() ຜູ້ອຳນວຍການໃຫຍ່ PVCFC ວັນຕຽນແທງ ລາຍງານສະກາບ ການຈຳໜ່າຍຜະລິດຕະພັນເຖິງພໍ່ແມ່ປະຊາຊົນ ກັບສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານຂອງ ສູນກາງ. ![]() PVCFC ມອບຮູບພາບທີ່ລະນຶກໃຫ້ແກ່ສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ. ![]() ສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ປູກຕົ້ນໄມ້ທີ່ລະນຶກ ຢູ່ໂຮງງານ ຝຸ່ນອາຊົດ ກ່າເມົາ. ![]() ຄະນະປະຕິບັດງານຂອງຜູ້ປະຈຳການຄະນະເລຂາ ມາຢ້ຽມຢາມ ໂຮງງານ ຝຸ່ນອາຊົດ ກ່າເມົາ. |
ໃນຕະຫຼອດເວລາທ່ີຜ່ານມາ, ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ໄດ້ມີການເຄື່ອນໄຫວຢ່າງປອດໄຟ, ໝັ້ນຄົງ, ບໍ່ພຽງແຕ່ນຳມາປະສິດທິຜົນໃຫ້ແກ່ ກຸ່ມບໍລິສັດນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງ ມີຄວາມໝາຍດ້ານຍຸດທະສາດກ່ຽວກັບເສດຖະກິດ, ສັງຄົມ ຂອງຂົງເຂດຕາເວັນຕົກສ່ຽງໃຕ້ ເວົ້າລວມ ແລະ ໂດຍສະເພາະແມ່ນແຂວງກ່າເມົາ ອີກດ້ວຍ; ປະກອບສ່ວນຢ່າງສຳຄັນເຂົ້າໃນການຫັນປ່ຽນໂຄງປະກອບເສດຖະກິດແຂວງ ກ່າເມົາ ແລະ ຂົງເຂດທົ່ງພຽງແມ່ນຳ້ຂອງ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 1.433 ຄົນ, ໃນນັ້ນ 50% ແມ່ນມາຈາກບັນດາແຂວງ ຢູ່ທົ່ງພຽງແມ່ນຳ້ ຂອງ. ບົດລາຍງານໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເຖິງປັດຈຸບັນ, ບໍລິສັດບັນລຸໄດ້ຈຳນວນ ອາຍແກັສ 21,3 ຕື້ ມ³, ໄຟຟ້າ 93,37 ຕື້ ກິໂລວັດ/ໂມງ; ຝຸ່ນອາຊົດ ກ່າເມົາ ຜະລິດໄດ້ເກືອບ 7 ລ້ານ ໂຕນ. ແຕ່ລະປີ, ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ປະກອບສ່ວນຈຳນວນເງິນກວ່າ 1.600 ຕື້ດົ່ງໃຫ້ແກ່ງົບ
ປະມານແຂວງ (ນັບຕັ້ງແຕ່ເວລາເປີດນຳໃຊ້ຢ່າງເປັນທາງການ ເຖິງປັດຈຸບັນແມ່ນ 15.485 ຕື້ດົ່ງ).
ມາຢາມຖັນແຖວພະນັກງານທີ່ພວມເຮັດວຽກຢູ່ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ, ສະຫາຍ ເຈີ່ນກວກເວື້ອງ ສະແດງຄວາມດີໃຈເມື່ອເຫັນໂຮງງານຫຼາຍແຫ່ງໄດ້ກໍ່ສ້າງດ້ວຍຂະໜາດທີ່ຍິ່ງໃຫຍ່, ດ້ວຍພາຫະນະອຸປະກອນ ແລະ ເຕັກໂນ ໂລຊີທີ່ທັນສະໄໝ; ສະຫາຍ ເຈີ່ນກວກເວື້ອງ ໄດ້ຍ້ອງຍໍ ສັນລະເສີນ ຕໍ່ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງຖັນແຖວພະນັກງານທີ່ພວມເຮັດວຽກຢູ່ ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ເວົ້າລວມ ແລະ ໂດຍສະເພາະແມ່ນຢູ່ບໍລິສັດຫຸ້ນ ສ່ວນ ປຸຍ-ນຳ້ມັນ ອາຍແກັສ ກ່າເມົາ ໄດ້ມີການ ປະກອບສ່ວນຢ່າງພໍຄວນ ເຂົ້າໃນການເພີ່ມມາດຕາຖ່ວງ ອຸດສາຫະກຳ, ພັດທະນາເສດຖະກິດ, ແກ້ໄຂບັນຫາວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນ ວຽກງານສະຫວັດດີການສັງຄົມ.
ປະຕິບັດ: VNP