• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພັນຍຸດທະສາດທົ່ວໂລກ: ຫວຽດນາມ ມີບັນດາບາດກ້າວຢ່າງ ຂ້ຽວຂາດໃນການປົກປ້ອງປະຊາຊົນ ແລະ ອານຸລັກ ຊີວະນາໆພັນ

      ວັນທີ 21 ສິງຫາ, ສະຫະພັນຍຸດທະສາດທົ່ວໂລກ “EndPandemics.Earth” ໄດ້ສົ່ງຈົດໝາຍຂອບໃຈຕໍ່ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມກ່ຽວກັບບັນດາບາດກ້າວຢ່າງຂ້ຽວຂາດໃນການປົກປ້ອງປະຊາຊົນ ແລະ ອານຸລັກ ຊີວະນາໆພັນ.


ພາບປະກອບ: TTXVN
      ໃນຈົດໝາຍ, ສະຫະພັນຍຸດທະສາດທົ່ວໂລກ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມຈຳກັດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແລະ ຜູ້ເສຍຊີວິດໃຫ້ ຢູ່ໃນລະດັບຕ່ຳເທົ່ານັ້ນ ຫາກຍັງ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈລົບລ້າງຄວາມສ່ຽງເກີດໂລກລະບາດທີ່ມີຕົ້ນກຳເນີນມາຈາກສັດປ່າ ໃນອະນາຄົດຕື່ມອີກດ້ວຍວິທີເພີ່ມທະວີການຄຸ້ມຄອງການເຄື່ອນໄຫວຄ້າຂາຍສັດປ່າຜ່ານການປະກາດໃຊ້ຄຳສັ່ງ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top