• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊັກຖາມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ

ເນື້ອໃນການຊັກຖາມສຳລັບທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ລວມມີ: ການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງລັດ, ສ້າງລັດຖະບານດີຈີຕອນ, ອຳນາດການປົກຄອງດີຈີຕອນ.

ເນື້ອໃນການຊັກຖາມສຳລັບທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ລວມມີ: ການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງລັດ, ສ້າງລັດຖະບານດີຈີຕອນ, ອຳນາດການປົກຄອງດີຈີຕອນ.

    

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ ຕອບຄຳຊັກຖາມ

ຕອນເຊົ້າວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຊັກຖາມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກ່ຽວກັບໝວດບັນຫາທີ່ 2 ຂຶ້ນກັບຂົງເຂດຖະແຫຼງຂ່າວສື່ສານ. ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ຖ່າຍທອດສົດທາງໂທລະພາບ ແລະ ວິທະຍຸກະຈາຍສຽງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕິດຕາມ.

        ເນື້ອໃນການຊັກຖາມສຳລັບທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ລວມມີ: ການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງລັດ, ສ້າງລັດຖະບານດີຈີຕອນ, ອຳນາດການປົກຄອງດີຈີຕອນ; ພັດທະນາແຫຼ່ງຊັບພະນາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານ; ເລື່ອງສຳຜັດກັບຂໍ້ມູນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ…

        ເມື່ອຕອບຄຳຊັກຖາມກ່ຽວກັບບັນຫາການຫັນເປັນດີຈີຕອນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ, ເນັ້ນໜັກວ່າ:

        “ປີ 2022, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ປະກາດ 52 ພື້ນຖານດີຈີຕອນລະດັບຊາດ ທີ່ນຳເຂົ້າຂຸດຄົ້ນ. ນີ້ແມ່ນພື້ນຖານດີຈີຕອນນຳໃຊ້ລວມລະດັບຊາດ. ກະຊວງຖະແຫຼງຂ່າວ ແລະ ສື່ສານ ມີເວັບໄຊສະເພາະ ເພື່ອປະກາດບັນຫາເຫັນເປັນດີຈີຕອນ ຫວຽດນາມ ແລະ ມີເວັບໄຊຫົວເລື່ອງສະເພາະກ່ຽວກັບບັນດາມາດຕະການ ເພື່ອແກ້ໄຂຫົວເລື່ອງເຫັນເປັນດີຈີຕອນຂອງ ຫວຽດນາມ”.

        ກ່ຽວກັບໂຄງການຄອມພິວເຕີ 1 ລ້ານໜ່ວຍໃຫ້ແກ່ເດັກນ້ອຍ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ, ມີຄອມພິວເຕີ 600.000 ໜ່ວຍ ໂດຍບັນດາວິສາຫະກິດ, ອົງການ, ຫົວໜ່ວຍອຸປະຖຳ, ໃນນັ້ນ, ໄດ້ມອບຄອມພິວເຕີ 500.000 ໜ່ວຍໃຫ້ເດັກທຸກຍາກ, ປະສົບກັບຄວາມຫຍຸ້ງຍາກແລ້ວ.

        ກ່ຽວກັບບັນຫາພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ, ໜຶ່ງໃນບັນດາມດາຕະການແກ້ໄຂມີລັກສະນະພື້ນຖານ, ບຸກທະລຸ ເຊິ່ງທາງກະຊວງພວມປະຕິບັດແມ່ນ ສ້າງບັນດາພື້ນຖານບຳລຸງສ້າງທາງໄກເປັນຈຳນວນຫຼາຍເຖິງບັນດາເປົ້າໝາຍແຕກຕ່າງກັນ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 04 ພະຈິກ, ສະມາຊິກສະພາແຫ່ງຊາດສືບຕໍ່ຊັກຖາມທ່ານລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງີ້ ກ່ຽວກັບບັນຫາທີ່ຍັງເຫຼືອໃນຕອນບ່າຍວັນທີ 03 ພະຈິກ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ກ່າວຄຳເຫັນ, ອະພິປາຍບັນດາບັນຫາກ່ຽວຂ້ອງເຖິງບັນຫາກໍ່ສ້າງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top