• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດ ມີຄວາມຄາດຫວັງຕໍ່ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV

ວາລະຊັກຖາມແມ່ນໜຶ່ງໃນບັນດາການເຄື່ອນໄຫວໄດ້ຮັບຄວາມຄາດຫວັງທີ່ສຸດຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນກອງປະຊຸມຂອງສະພາແຫ່ງຊາດແຕ່ລະຄັ້ງ. ກ່ອນວາລະຊັກຖາມ...

ວາລະຊັກຖາມແມ່ນໜຶ່ງໃນບັນດາການເຄື່ອນໄຫວໄດ້ຮັບຄວາມຄາດຫວັງທີ່ສຸດຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນກອງປະຊຸມຂອງສະພາແຫ່ງຊາດແຕ່ລະຄັ້ງ. ກ່ອນວາລະຊັກຖາມ...

    

ພາບປະກອບ

ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເລີ່ມດຳເນີນຢ່າງເປັນທາງການແຕ່ຕອນບ່າຍວັນທີ 3 ພະຈິກ ແລະ ສິ້ນສຸດລົງໃນຕອນບ່າຍວັນທີ 5 ພະຈິກ, ໂດຍສຸມໃສ່ 4 ໝວດບັນຫາແມ່ນ: ກໍ່ສ້າງ, ບັນຫາພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ, ກວດສອບ. ວາລະຊັກຖາມ ແລະ ຕອບຄຳຊັກຖາມຈະໄດ້ຖ່າຍທອດສົດໃນທາງໂທລະພາບ, ວິທະຍຸ, ອອກອາກາດໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕິດຕາມຮັບຊົມ ແລະ ຮັບຟັງ.

        ວາລະຊັກຖາມແມ່ນໜຶ່ງໃນບັນດາການເຄື່ອນໄຫວໄດ້ຮັບຄວາມຄາດຫວັງທີ່ສຸດຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນກອງປະຊຸມຂອງສະພາແຫ່ງຊາດແຕ່ລະຄັ້ງ. ກ່ອນວາລະຊັກຖາມ, ສະມາຊິກສະພາແຫ່ງຊາດຈຳນວນໜຶ່ງໄດ້ສະແດງຄວາມປາດຖະໜາ, ຄວາມມຸ່ງຫວັງຂອງຕົນ. ທ່ານນາງ ໂຮ່ທິມິງ, ສະມາຊິກສະພາແຫ່ງຊາດແຂວງ ກ໋ວາງຈິ, ຖືວ່າ:

        “ການເລືອກເອົາ 4 ໝວດບັນຫາເພື່ອຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອນີ້ແມ່ນຖືກຕ້ອງ. ນັ້ນແມ່ນບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈທີ່ສຸດ. ບໍ່ພຽງແຕ່ກ່ຽວກັບບັນຫາກໍ່ສ້າງ, ພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ເທົ່ານັ້ນ ເຊິ່ງຂົງເຂດກວດກາໃນປະຈຸບັນເຫັນວ່າຫຼາຍວຽກຕ້ອງມີການກວດກາ ເພື່ອຊີ້ໃຫ້ເຫັນບັນດາຂໍ້ຈຳກັດ, ຈຸດອ່ອນຂອງບັນດາອົງການ, ຫົວໜ່ວຍ, ວິສາຫະກິດໃນການຄຸ້ມຄອງ ແລະ ປະຕິບັດໜ້າທີ່. ບົດບາດກວດກາຍິ່ງສຳຄັນກ່ວາອີກ”.

        ຕອນທ້າຍວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄດ້ເຮັດແຈ້ງບັນດາບັນຫາກ່ຽວຂ້ອງ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top