• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມມິດຕະພາບແບນຊິກ - ຫວຽດນາມ ຄັດຄ້ານບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກພຽງລຳພັງຝ່າຍດຽວ

      ໃນສະພາບການ ທີ່ຈີນພວມເພີ່ມທະວີການກະທຳພຽງລຳພັງຝ່າຍດຽວຢູ່ທະເລຕາເວັນອອກ, ຫວ່າງມໍ່ໆມານີ້ິ້, ທ່ານ Pierre Grega ປະທານສະມາຄົມມິດຕະພາບແບນຊິກ - ຫວຽດນາມ ໄດ້ຢັ້ງຢືນວ່າ ສະມາຄົມມິດຕະພາບແບນຊິກ - ຫວຽດນາມ ໄດ້ສະໜັບສະໜູນປະຊາຊົນ ຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີຄວາມກົດດັນເພື່ອແນໃສ່ຢຸດຕິບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກພຽງລຳພັງຝ່າຍດຽວ, ພ້ອມທັງຊອກຫາມາດຕະການແກ້ໄຂການຂັດແຍ່ງຢູ່ທະເລເວັນອອກອີງໃສ່ກົດໝາຍສາກົນໂດຍໄວ.

ກ່ຳປັ່ນສຳຫຼວດໄຮ້ຢາງ 8 (ພາບ: TTXVN)
      ທ່ານ Pierre Grega ໄດ້ຊີ້ແຈ້ງວ່າ ບັນດາການກະທຳກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກພຽງລຳພັງຝ່າຍດຽວຫວ່າງມໍ່ໆມານີ້ ອາດຈະເວົ້າເຖິງກໍລະນີທີ່ກ່ຳປັ່ນຕຳຫຼວດ ຈີນ ຕຳກ່ຳປັ່ນຫາປາຫວຽດນາມຈົມນ້ຳຢູ່ໝູ່ເກາະຮ່ວາງຊາ, ຈັດສົ່ງກ່ຳປັ່ນສຳຫຼວດໄຮ້ຢາງ 8 ໄປຍັງເຂດເສດຖະກິດຈຳເພາະ (EEZ) ຂອງຫວຽດນາມ ແລະ EEZ ຂອງ ມາເຊເຊຍ, ຖະແຫຼງສ້າງຕັ້ງ “ເຂດຊີຊາ” (ໝາຍຄວາມວ່າແມ່ນໝູ່ເກາະຮ່ວາງຊາຂອງ ຫວຽດນາມ) ແລະ “ເຂດໜານຊາ” (ໝາຍຄວາມວ່າແມ່ນ ໝູ່ເກາະເຈື່ອງຊາຂອງຫວຽດນາມຂຶ້ນກັບອັນທີ່ເອີ້ນວ່າ “ນະຄອນ ຕາມຊາ”…ທ່ານກໍ່ໄດ້ເນັ້ນໜັກເຖິງບັນດາການກະທຳພຽງລຳພັງຝ່າຍດຽວນີ້ໄປຝຶນກັບບັນດາຫຼັກການພື້ນຖານແນະນຳການແກ້ໄຂບັນດາບັນຫາຢູ່ທະເລ, ກໍ່ຄືໄປຝຶນກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ທີ່ໄດ້ລົງນາມເມື່ອປີ 2002 ລະຫວ່າງ ອາຊຽນກັບຈີນ. ໄປຄຽງຄູ່ກັນນັ້ນ, ບັນດາການກະທຳເຫຼົ່ານີ້ ຍັງໄດ້ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ, ກໍ່ຜົນກະທ້ອນຢ່າງແຮງເຖິງວິວັດທະນາການເຈລະຈາລະຫວ່າງ ຈີນກັບບັນດາປະເທດອາຊຽນ ເພື່ອແນໃສ່ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະຜູກມັດດ້ານນິຕິກຳ.
        ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top