• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິວ່າດ້ວຍການຮັບມືກັບໂລກລະບາດໂຄວິດ-19

ວັນທີ 11 ກັນຍາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາມະຕິລວມມີເນື້ອໃນຫລາຍປະການ ເພື່ອແນໃສ່ສົ່ງເສີມການຮ່ວມມືສາກົນ ໃນການຮັບມືກັບໂລກລະບາດໂຄວິດ-19. 

ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິວ່າດ້ວຍການຮັບມືກັບໂລກລະບາດໂຄວິດ-19 (ພາບ: AFP/TTXVN)

ມະຕິສະບັບດັ່ງກ່າວໄດ້ຮັບຮອງເອົາດ້ວຍການສະໜັບສະໜູນຂອງ 169/193 ປະເທດສະມາຊິກ. ອາເມລິກາ ແລະ ອິດສະລາແອັນ ປ່ອນບັດຄ້ານ, ໃນຂະນະທີ່ ຢູແກຼນ ແລະ ຮຸງກາຣີ ປ່ອນບັດຂາວ.

        ມະຕິສະບັບດັ່ງກ່າວໄດ້ກຳນົດການຮ່ວມມືສາກົນ, ລັດທິຫລາຍຝ່າຍ ແລະ ຈິດໃຈຄວາມສາມັກຄີແມ່ນວິທີໜຶ່ງດຽວ ເພື່ອໃຫ້ໂລກຮັບມືກັບບັນດາວິກິດການທົ່ວໂລກຄືໂລກລະບາດໂຄວິດ-19 ໃນປະຈຸບັນຢ່າງມີປະສິດທິຜົນ. ມະຕິສະບັບດັ່ງກ່າວ ໄດ້ຍອມຮັບບົດບາດນຳພາຫຼັກແຫຼ່ງຂອງອົງການອະນາໄມໂລກ (WHO), ກໍ່ຄືບົດບາດພື້ນຖານຂອງລະບົບສະຫະປະຊາຊາດ ຄື “ທາດເລັງ” ແລະ ຊ່ວຍການປະສານງານໃນທົ່ວໂລກມີປະຕິກິລິຍາຮັບມືກັບໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top