• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)

ຈຸດໃໝ່ຂອງຮ່າງກົດໝາຍແມ່ນຂໍ້ກຳນົດໂຄງການໃນເຂດອຸດສາຫະກຳ, ເຂດປຸງແຕ່ງ, ເຂດເສດຖະກິດ ອາດສາມາດໄດ້ຮັບການອອກໃບຢັ້ງຢືນຈົດທະບຽນການລົງທຶນໃນເວລາ 15 ວັນ.
ກອງປະຊຸມສະໄໝສາມັນເມື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 (ພາບ: quochoi.vn)

ວັນທີ 27 ພະຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເມື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຈຸດໃໝ່ມີລັກສະນະບຸກທະລຸຂອງຮ່າງກົດໝາຍ, ຄື: ການຫຼຸດຜ່ອນ ແລະ ຫັນລະບຽບການເປັນງ່າຍດາຍ, ຮັດແຄບ ແລະ ເຮັດແຈ້ງຂົງເຂດໂຄງການທີ່ຕ້ອງຕົກລົງຮັບຮອງເອົາແຜນນະໂຍບາຍການລົງທຶນ, ຫັນບັນດາຂະແໜງອາຊີບດຳເນີນທຸລະກິດມີເງື່ອນໄຂຢ່າງໂປ່ງໃສ, ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດ. ໃນສະພາບ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນຢ່າງແຮງ, ບັນຊີເນື້ອໃນຂະແໜງອາຊີບໃຫ້ບຸລິມະສິດລົງທຶນ ຕ້ອງສຸມໃສ່ຫຼາຍທີ່ສຸດຕໍ່ບັນດາຂະແໜງຍຸດທະສາດ, ບຸລິມະສິດເສດຖະກິດພູມປັນຍາ ແລະ ເຕັກໂນໂລຊີສູງ.

        ຈຸດໃໝ່ຂອງຮ່າງກົດໝາຍແມ່ນຂໍ້ກຳນົດໂຄງການໃນເຂດອຸດສາຫະກຳ, ເຂດປຸງແຕ່ງ, ເຂດເສດຖະກິດ ອາດສາມາດໄດ້ຮັບການອອກໃບຢັ້ງຢືນຈົດທະບຽນການລົງທຶນໃນເວລາ 15 ວັນ, ບໍ່ຕ້ອງຂໍແຜນນະໂຍບາຍ ແລະ ໃບອະນຸຍາດກໍ່ສ້າງ.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດກໍ່ໄດ້ປຶກສາຫາລືຮ່າງກົດໝາຍວ່າດ້ວຍປັນຍາປະດິດ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top