• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 14, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 24 ຕຸລາ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາ ແລະ ປັບປຸງຮ່າງກົດໝາຍປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍ ພາລະກອນ ແລະ ປຶຶກສາຫາລືຢູ່ຫໍປະຊຸມບາງເນື້ອໃນ ທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍສະບັບນີ້.
 
ທ່ານນາງ ດ່າມທິໝີເຮືອງ, ສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ (ພາບ: quochoi.vn)

ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ ໄດ້ສະເໜີ 11 ນະໂຍບາຍເພື່ອດັດແກ້ບັນດາຂໍ້ຈໍາກັດຂໍ້ຄົງຄ້າງ ຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ ເຊິ່ງພວມປະກາດໃຊ້ໃນປັດຈຸບັນ.

        ປຶກສາຫາລືຢູ່ຫໍປະຊຸມ, ບັນດາຜູ້ແທນຖືວ່າ: ຕໍ່ໜ້າສະພາບການໃໝ່, ບັນດາຂໍ້ກໍານົດຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ ໄດ້ສະແດງໃຫ້ເຫັນບັນດາຂໍ້ຈໍາກັດຂໍ້ຄົງຄ້າງ, ຈໍາເປັນຕ້ອງໄດ້ປັບປຸງ, ໃນນັ້ນມີວຽກງານການຮັບສະໝັກພະນັກງານລັດຖະກອນ, ໃນນະໂຍບາຍດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ. ທ່ານນາງ ດ່າມທິໝີເຮືອງ, ສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ ຖືວ່າ:

        “ຕາມຂ້າພະເຈົ້າແລ້ວ, ຖ້າຫາກປະຕິບັດວຽກງານນີ້ເປັນຢ່າງດີ ແລະ ຮັບປະກັນການເຄົາລົບຜູ້ທີ່ມີຄວາມເກ່ັງກ້າສາມາດ ຈະດຶງດູດໄດ້ຜູ້ມີຄວາມສາມາດໃນກົງຈັກການຈັດຕັ້ງປະຕິບັດວຽກງານທາງລັດຖະການຂອງປະເທດ. ຄຸນນະພາບຂອງການປະຕິບັດວຽກງານທາງລັດຖະການຂອງປະເທດ ກໍຈະໄດ້ຍົກສູງຂຶ້ນ. ສະນັ້ນ, ຂ້າພະເຈົ້າສະເໜີ ໃຫ້ປັບປຸງເພີ່ມເຕີມກົນໄກຄົ້ນພົບຜູ້ມີຄວາມເກ່ັງກ້າສາມາດ, ກົນໄກຜູກມັດຄວາມຮັບຜິດຊອບ ຜູ້ທີ່ມີຄວາມຮັບຜິດຊອບໃນການປະຕິບັດນະໂຍບາຍຖືວຽກງານຮັບສະໝັກຜູູ້ທີ່ມີຄວາມເກັ່ງກ້າສາມາດເປັນສໍາຄັນ”.

ຕອນບ່າຍວັນທີ 24 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານການກວດກາກ່ຽວກັບແຜນນະໂຍບາຍລົງທຶນໂຄງການທ່າອາກາດສະຍານ ສາກົນ ລອງແທັງ ໄລຍະ ທີ 1. ໂຄງການທ່າອາກາດສະຍານ ສາກົນ ລອງແທັງ ໄດ້ກໍ່ສ້າງຢູ່ ເມືອງ ລອງແທັງ, ແຂວງດົ່ງນາຍ, ລວມມີ 3 ໄລຍະລົງທຶນດ້ວຍເປົ້າໝາຍທີ່ວ່າ ເມື່ອກໍ່ສ້າງສຳເລັດຈະບັນລຸກຳລັງບັນລຸຜູ້ໂດຍສານໄດ້ 100 ລ້ານເທື່ອຄົນ/ປີ ແລະ ຂົນສົ່ງສິນຄ້າ 5 ລ້ານໂຕນ/ປີ. ໃນນັ້ນ, ໄລຍະທີ 1, ມີຍອດເງິນລົງທຶນທັງໝົດເກືອບ 4,8 ຕື້ USD, ສາມາດຕ້ອນຮັບແຂກທ່ອງທ່ຽວໄດ້ 25 ລ້ານເທື່ອຄົນ/ປີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top