• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ມາຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.590 ຄົນ, ໃນນັ້ນມີ 1.603 ຄົນຕິດແປດພາຍໃນປະເທດ.
(ພາບປະກອບ: TTXVN)
      ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 27 ມີນາ ຫາກເວລາ 6 ໂມງຂອງວັນທີ 28 ມີນາ, ຫວຽດນາມ ກວດພົບຜູ້ເຊື້ອພະຍາດໂຄວິດ-19 ຕື່ມອີກ 4 ຄົນ, ລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວຢ່າງທັນທີຢູ່ແຂວງ ໄຕນິງ ແລະ ບັ໊ກນິງ. ມາຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.590 ຄົນ, ໃນນັ້ນມີ 1.603 ຄົນຕິດແປດພາຍໃນປະເທດ. ໄລ່ຮອດຕອນເຊົ້າວັນທີ 28 ມີນາ, ມີຜູ້ຕິດໂລກລະບາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 2.308 ຄົນ.
ສະພາບໂລກລະບາດໂຄວິດ-19 ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ: ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ອາໄສຢູ່ ສ.ເຊັກໂກ ທ໊າຍຊວັນຢຸງ ແລ້ວ, ສະພາບໂລກລະບາດແກ່ຍາວ, ພິເສດແມ່ນການແຜ່ລະບາດຄັ້ງທີ 3 ພວມເກີດຂຶ້ນ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ. ມາຮອດປະຈຸບັນ, ມີຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ຕິດເຊື້ອພະຍາດໂຄວິດ-19 ກວ່າ 800 ຄົນ ແລະ ມີກ່ວາ 20 ຄົນເສຍຊີວິດ.
ສ່ວນຢູ່ໃນໂລກ, ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 19 ໂມງ ຂອງວັນທີ 28 ມີນາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ  127 ລ້ານຄົນ, ໃນນັ້ນມີກວ່າ 2,78 ລ້ານຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top