• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບນ້ຳຖ້ວມຢູ່ ແອັດສະປາຍ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບສືບຕໍ່ເພີ່ມຂຶ້ນສູງ

ວຽກງານຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ບັນດາເທດສະບານ ແລະ ເຂດໝູ່ບ້ານຖືກເສຍຫາຍພວມແມ່ນບຸລິມະສິດແຖວໜ້າຂອງລັດຖະບານ ແອັດສະປາຍ.
ສະພາບນ້ຳຖ້ວມທີ່ຮ້າຍແຮງໃນອາທິດຜ່ານມາຢູ່ເຂດທາງທິດຕາເວັນອອກຂອງປະເທດນີ້ (ພາບ: THX/TTXVN)

ຕາມຂໍ້ມູນທາງການເຊິ່ງເຈົ້າໜ້າທີ່ ແອັດສະປາຍ ປະກາດໃນວັນທີ 03 ພະຈິກ ແລ້ວ, ມີຜູ້ເສຍຊີວິດ 213 ຄົນຍ້ອນສະພາບນ້ຳຖ້ວມທີ່ຮ້າຍແຮງໃນອາທິດຜ່ານມາຢູ່ເຂດທາງທິດຕາເວັນອອກຂອງປະເທດນີ້. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ກ່າວເຕືອນວ່າ, ຈຳນວນຜູ້ເສຍຊີວິດອາດສາມາດເພີ່ມຂຶ້ນ.

ແລະກໍ່ໃນວັນດຽວກັນ, ເຈົ້າຊີວິດ ແອັດສະປາຍ Felipe VI ແລະ ພະມະເຫສີ Letizia ໄດ້ສະເດັດລົງຢ້ຽມຢາມເຂດ Valencia. ເຈົ້າຊີວິດ ແລະ ພະມະເຫສີ, ພ້ອມກັບທ່ານນາຍົກລັດຖະມົນຕີ Pedro Sanchez, ກໍ່ໄດ້ໄປຢ້ຽມຢາມເຂດ Paiporta, ເຊິ່ງແມ່ນເທດສະບານທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ວຽກງານຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ບັນດາເທດສະບານ ແລະ ເຂດໝູ່ບ້ານຖືກເສຍຫາຍພວມແມ່ນບຸລິມະສິດແຖວໜ້າຂອງລັດຖະບານ ແອັດສະປາຍ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top