• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ, ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ.

(ພາບປະກອບ: baoquocte.vn)

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລ້ວ, ໄລ່ແຕ່ເວລາ 18 ໂມງຂອງວັນທີ 15 ພະຈິກ ຮອດເວລາ 6 ໂມງຂອງວັນທີ 16 ພະຈິກ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ, ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ, ມີ 35 ຄົນເສຍຊີວິດ ແລະ ບໍ່ມີຜູ້ມີອາການເຈັບໜັກ.

        ໃນຂະນະນັ້ນ, ວັນທີ 15 ພະຈິກ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ປະຈຳ ໄທເປ, ໄຕ້ຫວັນ (ຈີນ) ແລະ ຢູ່ປະເທດ ມາເລເຊຍ ໄດ້ສົມທົບກັບບໍລິສັດການບິນຫວຽດນາມ ຈັດສົ່ງພົນລະເມືອງຫວຽດນາມ ກວ່າ 600 ຄົນກັບເມືອປະເທດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນດ່ານັ້ງ ແລະ ເຕີນເຊີນເຍິດ (ນະຄອນໂຮ່ຈີມິນ), ບັນດາຜູ້ໂດຍສານໃນຖ້ຽວບິນໄດ້ຮັບການຕິດຕາມອາການສຸຂະພາບ ແລະ ປະຕິບັດການແຍກຕົວຕາມຂໍ້ກຳນົດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 54,3 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ 1.324.025  ຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອ 11.365.052 ຄົນ ໃນນັ້ນມີຜູ້ ເສຍຊີວິດ 251.832, ຖັດຈາກນັ້ນແມ່ນປະເທດ ອິນເດຍ, ບຣາຊິນ, ຝລັ່ງ, ລັດເຊຍ, ອັງກິດ… ຢູ່ອັງກິດ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ພວມແຍກຕົວ ພາຍຫຼັງພົບປະກັບທ່ານມີຜົນກວດເປັນບວກກັບໄວຣັດ SARS-CoV-2.

(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top