• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ ໃນວັນທີ 24 ກໍລະກົດ

      ນັບແຕ່ເວລາ 19 ໂມງຂອງວັນທີ 23 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 24 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3.991 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 2.070 ຄົນ, ແຂວງ ລອງອານ ມີ 604 ຄົນ, ບິ່ງເຢືອງ 523 ຄົນ ແລະ ຮ່າໂນ້ຍ 5 ຄົນ… ເປັນອັນວ່າ, ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 86.957 ຄົນ, ໃນນັ້ນ ມີ 15.536 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
            ກ່ຽວກັບສະພາບການສັກວັກຊິນກັນພະຍາດໂຄວິດ - 19, ວັນທີ 23 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນໃຫ້ແກ່ຫຼາຍກວ່າ 67.000 ຄົນ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຂຶ້ນເກືອບ 4,48 ລ້ານຄົນ.
ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ອິນໂດເນເຊຍ (ພາບ: THX/TTXVN)
      ສ່ວນໃນທົ່ວໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ່ ຂອງວັນທີ 24 ກໍລະກົດ, ຕາມເວລາ UTC, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 194 ລ້ານຄົນ, ໃນນັ້ນ ມີເກືອບ 4,16 ລ້ານຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງໂລກລະບາດໂຄວິດ - 19 ດ້ວຍເກືອບ 35,3 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 626.600 ຄົນ ເສຍຊີວິດ; ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
            ຢູ່ ອາຊີ, ອິນໂດເນເຊຍ ສືບຕໍ່ແມ່ນປະເທດຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອລາຍໃໝ່ ກໍຄື ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19. ລະອຽດ, ປະເທດນີ້ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 49.000 ຄົນ ແລະ 1.566 ຄົນ ເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top