• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຕ່ຳ ອາເມລິກາ ເລືອກຕັ້ງປະທານຄົນໃໝ່

ທ່ານ Mike Johnson, ສະມາຊິກສະພາຕ່ຳ ໄດ້ຮັບບັດເລືອກຕັ້ງ 220 ບັດ, ຫຼາຍກ່ວາ 3 ບັດເມື່ອທຽບໃສ່ຈຳນວນບັດທີ່ຕ້ອງການ ເພື່ອກາຍເປັນປະທານສະພາຕ່ຳ ອາເມລິກາ.
ທ່ານ Mike Johnson, ສະມາຊິກສະພາຕ່ຳ (ພາບ:AFP/TTXVN)

ຕອນຄ່ຳວັນທີ 25 ຕຸລາ, ຕາມເວລາທ້ອງຖິ່ນ, ສະພາຕ່ຳ ອາເມລິກາ ໄດ້ເລືອກຕັ້ງທ່ານ Mike Johnson, ສະມາຊິກສະພາຕ່ຳ ເປັນຫົວໜ້າອົງການນີ້. ທ່ານ Johnson ເປັນຜູ້ອອກສະໝັກຮັບເລືອກຕັ້ງຜູ້ທີ 4 ໂດຍພັກສາທາລະນະສະເໜີ.

ທ່ານ Mike Johnson, ສະມາຊິກສະພາຕ່ຳ ໄດ້ຮັບບັດເລືອກຕັ້ງ 220 ບັດ, ຫຼາຍກ່ວາ 3 ບັດເມື່ອທຽບໃສ່ຈຳນວນບັດທີ່ຕ້ອງການ ເພື່ອກາຍເປັນປະທານສະພາຕ່ຳ ອາເມລິກາ. ໃນຂະນະນັ້ນ, ທ່ານ Hakeem Jeffries, ຜູ້ຮັບສະໝັກເລືອກຕັ້ງຂອງພັກ ປະຊາທິປະໄຕ ເຊິ່ງແມ່ນປະທານຄະນະກຳມາທິການຍຸຕິທຳຂອງສະພາຕ່ຳ ຍາດໄດ້ບັດເລືອກຕັ້ງພຽງ 209 ບັດເທົ່ານັ້ນ.

ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານ Mike Johnson ປະກາດວ່າສະພາຕ່ຳ ອາເມລິກາ ໄດ້ກັບຄືນການເຮັດວຽກ ແລະ ປະກາດການເຄື່ອນໄຫວນິຕິບັນຍັດຄັ້ງທຳອິດຂອງທ່ານຈະແມ່ນສະໜັບສະໜູນ ອິດສະຣາແອນ ໃນການປະທະກັນກັບ ຮາມາດ. ທ່ານປະທານສະພາຕ່ຳ ອາເມລິກາ ຄົນໃໝ່ ກໍ່ໃຫ້ຮູ້ວ່າ: ທ່ານຈະຊຸກຍູ້ການສ້າງຮ່າງກົດໝາຍວ່າດ້ວຍງົບປະມານເພື່ອຮັບປະກັນວ່າ ລັດຖະບານ ອາເມລິກາ ຈະບໍ່ໄດ້ປິດປະຕູໃນວັນທີ 17 ພະຈິກ. ນອກຈາກນັ້ນ, ທ່ານ Mike Johnson ກໍ່ຈະບຸລິມະສິດບັນຫາຮັກສາຄວາມສະຫງົບປອດໄພເຂດຊາຍແດນ ແລະ ສ້າງຕັ້ງຄະນະກຳມະການບັນດາພັກການເມືອງ ເພື່ອຊອກຫາວິທີການແກ້ໄຂໜີ້ສາທາລະນະທີ່ມີມູນຄ່າ 33.000 ຕື້ໂດລາສະຫະລັດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top