• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງສູນການທູດປ້ອງກັນເຫດ ຂອງ ສປຊ ຢູ່ ອາຊີກາງ

      ວັນທີ 6 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍປຶກສາຫາລືປະຈໍາໄລຍະກ່ຽວກັບການເຄື່ອນໄຫວຂອງສູນການທູດປ້ອງກັນເຫດຂອງ ສປຊ ຢູ່ ອາຊີກາງ (UNRCCA). 

ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມກອງປະຊຸມອອນລາຍ (ພາບ: TTXVN) 
             ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາ ສປຊ ໄດ້ຕີລາຄາສູງການເຄື່ອນໄຫວຂອງ ສູນການທູດປ້ອງກັນເຫດ ຂອງ ສປຊ ຢູ່ ອາຊີກາງ, ຖືນີ້ແມ່ນແບບຢ່າງຕັ້ງໜ້າຂອງ ສປຊ ໃນການຊຸກຍູ້ການທູູດປ້ອງກັນເຫດໃນພາກພື້ນ; ຕີລາຄາສູງຕໍ່ຄວາມຄືບໜ້າຕ່າງໆກ່ຽວກັບການປ້ອງກັນຄວາມສະຫງົບ, ເສດຖະກິດ, ສັງຄົມ ຢູ່ບັນດາປະເທດ ອາຊີກາງ, ພ້ອມທັງແບ່ງປັນຄວາມວິຕົກກັງວົນກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ - 19 ສໍາລັບບັນດາປະເທດນີ້. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ມີຄວາມປາດຖະໜາວ່າ ສູນການທູດປ້ອງກັນເຫດ ຈະສືບຕໍ່ໜູນຊ່ວຍບັນດາປະເທດ ອາຊີກາງ ໃນການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າຂ້າມຊາຍແດນ ກໍຄືເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ຍົກສູງບົດບາດຂອງຊາວໜຸ່ມ ແລະ ແມ່ຍິງ. ທ່ານກໍຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ສູນການທູດປ້ອງກັນເຫດໃນການຊຸກຍູ້ການຮ່ວມມືກັບ ອາບການິດສະຖານ ແລະ ບັນດາອົງການຈັດຕັ້ງໃນພາກພື້ນທີ່ມີສ່ວນກ່ຽວຂ້ອງ, ຜ່ານນັ້ນກໍ່ປະກອບສ່ວນລວມເຂົ້າໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ອາຊີກາງ ແລະ ອາບການິດສະຖານ.  
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top