• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ອິນເດຍ ລົງນາມໃນບົດບັນທຶກຊ່ວຍຈຳ ກັບ 8 ທ້ອງຖິ່ນຂອງ ຫວຽດນາມ ກ່ຽວກັບການຜັນຂະຫຍາຍໂຄງການກະທົບໄວ

      ວັນທີ 27 ຕຸລາ, ສະຖານທູດອິນເດຍ ປະຈຳ ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳ ກັບຄະນະກຳມະການປະຊາຊົນຂອງ 8 ທ້ອງຖິ່ນ ລວມມີ: ຮ່າຕິງ, ຫ໋າຍຝ່ອງ, ແຄ໊ງຮ່ວາ, ເງະອານ, ກ໋ວາງບິ່ງ, ກ໋ວາງຫງາຍ, ກ໋ວາງຈິ ແລະ ຕວຽນກວາງ ເພື່ອຜັນຂະຫຍາຍໂຄງການການກະທົບໄວ (QIP).
ສະຖານທູດ ອິນເດຍ ລົງນາມໃນບົດບັນທຶກຊ່ວຍຈຳ ກັບ 8 ທ້ອງຖິ່ນຂອງ ຫວຽດນາມ ກ່ຽວກັບການຜັນຂະຫຍາຍໂຄງການກະທົບໄວ (ພາບ: ສະຖານທູດ ອິນເດຍ ປະຈຳ ຫວຽດນາມ)
      ໃນບົດກ່າວປາໄສຢູ່ພິທີລົງນາມທີ່ໄດ້ດຳເນີນແບບທາງໄກ, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ໄດ້ຮັບຮູ້ຜົນສຳເລັດ ຂອງໂຄງການກະທົບໄວ ຢູ່ ຫວຽດນາມ, ພ້ອມທັງຢັ້ງຢືນກ່ຽວກັບ ລັກສະນະທີ່ມີປະໂຫຍດ ຂອງ ໂຄງການ ໃນການນຳມາເຊິ່ງ ການຫັນປ່ຽນໄວຢູ່ຂັ້ນຮາກຖານ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ ການຮ່ວມມືລະຫວ່າງ ສະຖານທູດແລະ ອຳນາດການປົກຄອງ ຂອງທ້ອງຖິ່ນ ໃນການຜັນຂະຫຍາຍໂຄງການຢ່າງຖືກຕ້ອງຕາມຄວາມຄືບໜ້າໄດ້ ສະແດງໃຫ້ເຫັນກຳລັງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ອິນເດຍ ແລະ ຫວຽດນາມ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ໃນການບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ ຢູ່ ຫວຽດນາມ.
 ຕາມສະຖານທູດ ອິນເດຍແລ້ວ, ບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມໃນປີນີ້ແມ່ນ ເພື່ອແນໃສ່ຜັນຂະຫຍາຍໂຄງການມຸ່ງໄປເຖິງຂັ້ນຮາກຖານຢູ່ 10 ແຂວງ, ນະຄອນ. ເປັນອັນວ່າ, ໂຄງການກະທົບໄວ (QIP) ທັງໝົດ ຂອງ ອິນເດຍ ທີ່ຜັນຂະຫຍາຍຢູ່ ຫວຽດນາມ ແມ່ນຂຶ້ນເຖິງ 37 ໂຄງການ ແລະ ໄດ້ປະຕິບັດ ຢູ່ 33 ແຂວງ, ນະຄອນ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top