• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ອາເມລິກາ ມອບອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໃຫ້ແກ່ ກະຊວງປ້ອງກັນປະເທດ ຫວຽດນາມ

      ວັນທີ 6 ກໍລະກົດ, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບ - ຮັບ ອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໂດຍສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ມອບໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ. 
ພິທີມອບຮັບ (ພາບ: qdnd.vn)
      ໂດຍຕ່າງໜ້າໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຕີ ຫງວຽນຊວັນກຽນ, ຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ) ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານທູດ ອາເມລິກາ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນການຊ່ວຍເຫຼືອຢ່າງທັນການ ແລະ ສຳຄັນ, ປະກອບສ່ວນຫຼຸດຜ່ອນຄວາມໜັກໜ່ວງຂອງວຽກງານກວດວິໄຈຫາເຊື້ອພະຍາດໂຄວິດ - 19 ກໍຄືຊ່ວຍກອງທັບປະຊາຊົນ ຫວຽດນາມ ເພີ່ມທະວີຄວາມສາມາດໃນການຮັບມືກັບໂລກລະບາດໃນໄລຍະຈະມາເຖິງ.
        ທ່ານ Christpher Klein ອຸປະທູດຊົ່ວຄາວສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ເຊື່ອໝັ້ນວ່າ ຈຳນວນອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໂດຍສະຖານທູດ ອາເມລິກາ ມອບໃຫ້ນີ້ ຈະປະກອບສ່ວນຊ່ວຍໃຫ້ກົມເສນາຮັກ ດຳເນີນການກວດວິໄຈເຄື່ອນທີ່ໃຫ້ແກ່ປະຊາຊົນໄດ້ຢ່າງມີປະສິດທິຜົນ. ທ່ານ ກໍຫວັງວ່າ ຜ່ານການຮ່ວມມື, ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.
 (ແຫຼ່ງຄັດຈາກ VOV)

ປາ​ກິດ​ສ​ະ​ຖານ ຄ​ວບ​ຄຸມ​ໄດ້​ບັນ​ດາ​ເປົ້າ​ໝາຍ​ລອບ​ຈັບ​ຕົວ​ປະ​ກັນ

ປາ​ກິດ​ສ​ະ​ຖານ ຄ​ວບ​ຄຸມ​ໄດ້​ບັນ​ດາ​ເປົ້າ​ໝາຍ​ລອບ​ຈັບ​ຕົວ​ປະ​ກັນ

ປັດຈຸບັນສາມາດຄວບຄຸມສະຖານະການໄດ້ແລ້ວ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກນຳໃຊ້ເພື່ອເປັນເຄື່ອງກຳບັງໄດ້ຮັບການກູ້ຊ່ວຍ, ຍົກຈຳນວນຜູ້ໂດຍສານທີ່ໄດ້ຮັບການກູ້ຊ່ວຍລວມທັງໝົດ 190 ຄົນ.

Top