• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ

ວັດຖຸບິນເຊິ່ງ ສປປ.ເກົາຫຼີ ຫາກໍ່ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ, ເບິ່ງຄືວ່າໄດ້ຕົກຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງ ຍີປຸ່ນ.
  ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ (ພາບປະກອບ: AFP/TTXVN)  

ກອງທັບ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນອອກສູ່ເຂດທະເລທາງທິດຕາເວັນອອກ ຕອນຮຸ່ງເຊົ້າວັນທີ 25 ກັນຍາ. ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ ໄດ້ພົບເຫັນເຫດຍິງລູກວອນໄຟຂອງ ພຽງຢາງ ຈາກເຂດອ້ອມກັບເຂດ Taechon, ພາກເໜືອ Pyongan, ໃນເວລາ 6 ໂມງ 53 ນາທີ (ຕາມເວລາທ້ອງຖິ່ນ).

ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ, ວັດຖຸບິນເຊິ່ງ ສປປ.ເກົາຫຼີ ຫາກໍ່ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ, ເບິ່ງຄືວ່າໄດ້ຕົກຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງ ຍີປຸ່ນ. ຫຼັງຈາກນັ້ນ, ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຢືນຢັນວ່າ ຍັງບໍ່ທັນໄດ້ຮັບບົດລາຍງານຄວາມເສຍຫາຍກ່ຽວກັບກ່ຳປັ່ນຂອງ ຍີ່ປຸ່ນ ຍ້ອນເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ກໍ່ຂຶ້ນເທື່ອ.

ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໄດ້ດຳເນີນພາຍຫຼັງ 2 ວັນທີ່ກ່ຳປັ່ນແລ່ນດ້ວຍພະລັງງານນິວເຄຼຍ USS Ronald Reagan ຂອງ ອາເມລິກາ ໄປເຖິງ Busan ເພື່ອເຂົ້າຮ່ວມການຊ້ອມຮົບຮ່ວມກັບກອງທັບເຮືອ ສ.ເກົາຫຼີ ໃນທ້າຍເດືອນນີ້.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top