• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າຫວຽດນາມແມ່ນຫນຶ່ງໃນບັນດາພື້ນຖານເສດຖະກິດພົ້ນເດັ່ນກວ່າໝູ່ຢູ່ ອາຊີ

      ຫວຽດນາມ ມີແງ່ຫວັງກາຍເປັນຫນຶ່ງໃນບັນດາພື້ນຖານເສດຖະກິດພົ້ນເດັ່ນກວ່າໝູ່ຢູ່ອາຊີ ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍ ແລະວິກິດການ ຈາກໂລກລະບາດໂຄວິດ 19. 

ພາບປະກອບ: ກຳມະການຢູ່ໂຮງງານຂອງບໍລິສັດຕ່ຳແຜ່ນຕັດຫຍິບລົງທຶນການຄ້າແທັງກົງ
(ພາບ: REUTERS) 
      ນີ້ແມ່ນຂໍ້ສັງເກດຂອງທ່ານ Edward Teather ນັກຊ່ຽວຊານເສດຖະສາດ ອາຊຽນ, ນັກຄົ້ນຄ້ວາເສດຖະກິດແຖວຫນ້າຂອງອົງການຄົ້ນຄ້ວາເສດຖະກິດນາໆຊາດ UBS.
ຕາມບັນດານັກຊ່ຽວຊານດັ່ງກ່າວແລ້ວ, ເຖິງວ່າ ຫວຽດນາມ ພວມຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກຜົນກະທົບຂອງໂລກລະບາດໂຄວິດ 19 ກໍຕາມ, ແຕ່ແງ່ຫວັງຂອງ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນພົ້ນເດັ່ນກວ່າໝູ່ໃນພາກພື້ນ. ລະອຽດແມ່ນ ລາຍຮັບການຂາຍຍ່ອຍ, ນຳເຂົ້າ ແລະ ຜະລິດອຸດສາຫະກຳ ລ້ວນແຕ່ເພີ່ມຂຶ້ນໃນເດືອນມິຖຸນາປີ 2020- ນີ້ແມ່ນຈຸດພົ້ນເດັ່ນກວ່າເມື່ອທຽບໃສ່ພື້ນຖານເສດຖະກິດເກືອບທັງໝົດໃນພາກພື້ນ. ຄຽງຄູ່ກັນນັ້ນ ຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນໄຕມາດ 2 ປີ 2020 ຄາດວ່າ ສືບຕໍ່ເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ໃນຂະນະທີ່ GDP ຂອງຫລາຍພື້ນຖານເສດຖະກິດອື່ນຖືກຫລຸດລົງຢ່າງແຮງໃນໄຕມາດນີ້. ນອກນັ້ນ ຫວຽດນາມຍັງມີທ່າໄດ້ປຽບກ່ຽວກັບການສົ່ງອອກໃນອະນາຄົດ, ກາຍເປັນສະຖານທີ່ດຶງດູດບັນດາບໍລິສັດນາໆຊາດ, ດຶງດູດເງິນລົງທຶນຂອງຕ່າງປະເທດເປັນຈຳນວນຫລວງຫລາຍ. ທ່ານ Edward Teather ຖືວ່າ ເລື່ອງຫວຽດນາມ ຮັບມືກັບໂລກລະບາດໂຄວິດ 19 ຢ່າງສຳເລັດຜົນ ໄດ້ຊ່ວຍຫວຽດນາມ ມີທີ່ຕັ້ງບົດບາດສູງໃນເວທີສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top