• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ສົນ​ໃຈ​ເຖິງດ້ານ​ພະ​ລັງ​ງານ, ກະ​ສິ​ກຳ ຢູ່ ຫວຽດ​ນາມ

ໄລ່ຮອດເດືອນ ຕຸລາ ປີ 2023, ຈຳນວນໂຄງການ FDI ຂອງ ເຢຍລະມັນ ຢູ່ ຫວຽດນາມ ມີທັງໝົດ 459 ໂຄງການ, ລວມມູນຄ່າ 2,5 ຕື້ USD.
ບັນດາວິສາຫະກິດ GBA ໃນກອງປະຊຸມປະຈຳເດືອນ ທັນວາ 2023 (ພາບ: sggp.org.vn)

ໃນແຈ້ງການສະບັບອອກວັນທີ 18 ທັນວາ, ສະຫະສະມາຄົມບັນດາວິສາຫະກິດ ເຢຍລະມັນ ປະຈຳ ຫວຽດນາມ (GBA) ໃຫ້ຮູ້ວ່າ ບັນດາຂົງເຂດຢູ່ ຫວຽດນາມ ສາມາດຮັບການລົງທຶນຫຼາຍຈາກວິສາຫະກິດຂອງປະເທດນີ້ ໃນປີ 2024 ນັ້ນແມ່ນ: ກະສິກຳ - ສະບຽງອາຫານ; ດີຈີຕອນ ແລະ ບັນດາມາດຕະການປ່ຽນແປງໃໝ່ເຕັກໂນໂລຢີໃນການຜະລິດ, ຄັງສາງ ແລະ ການຂົນສົ່ງ; ການສຶກສາ, ສາທາລະນະສຸກ, ພະລັງງານທົດແທນ, ພິເສດແມ່ນພະລັງງານແສງຕາເວັນ ແລະ ພະລັງງານແຮງລົມ.

GBA ກໍໃຫ້ຮູ້ວ່າ ໃນໄລຍະ 11 ເດືອນຂອງປີ 2023, ບັນດາວິສາຫະກິດ ເຢຍລະມັນ ໄດ້ປັບປຸງການມີໜ້າ ຢູ່ ຫວຽດນາມ ຜ່ານການເລີ່ມເຄື່ອນໄຫວໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) 28 ໂຄງການໃໝ່, ລວມທຶນຈົດທະບຽນ 342 ລ້ານ USD, ເພີ່ມຂຶ້ນ 410,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໄລ່ຮອດເດືອນ ຕຸລາ ປີ 2023, ຈຳນວນໂຄງການ FDI ຂອງ ເຢຍລະມັນ ຢູ່ ຫວຽດນາມ ມີທັງໝົດ 459 ໂຄງການ, ລວມມູນຄ່າ 2,5 ຕື້ USD. ນອກຈາກນັ້ນແລ້ວ,  GBA ກໍຢັ້ງຢືນມີ 70 ສະມາຊິກ ແລະ ຄູ່ຮ່ວມມືໃໝ່ຕື່ມອີກ ໃນໄລຍະ 1 ປີຜ່ານມາ. ສິ່ງດັ່ງກ່າວ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາບໍລິສັດ ເຢຍລະມັນ ທີ່ມີຕໍ່ຕະຫຼາດ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຢັ້ງຢືນໃຫ້ເຫັນວ່າ, ປັດຈຸບັນ, ຫວຽດນາມ ໄດ້ຮັບຖືວ່າ ແມ່ນຈຸດນັດພົບທີ່ເຕັມໄປດ້ວຍຄຳໝັ້ນໝາຍສຳລັບຜູ້ທີ່ມີຄວາມສົນໃຈເຖິງການເປີດກວ້າງຂອບຂະໜາດດຳເນີນທຸລະກິດຂອງຕົນຢູ່ ອາຊີ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top