• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ວັດ​ຂະ​ບວນ​ການ​ເຈ​ລະ​ຈາ​ລະ​ຫວ່າງ ບັນ​ດາ​ຝ່າຍ​ຢູ່​ລີ​ບີພວ​ມ​ມີ​ຄວາມ​ຄ​ືບ​ໜ້າຢ່າງ​ຕັ້ງ​ໜ້າ

ວັນທີ 4 ຕຸລາ, ທ່ານນາງ Stephanie Williams ຜູ້ຕາງໜ້າພິເສດຂອງ ສປຊ ກ່ຽວກັບ ລີບີ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຢ່າງຕັ້ງໜ້າໃນບັນດາການເຈລະຈາ ລະຫວ່າງ ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ ລີບີ ທີ່ໄດ້ດຳເນີນຢູ່ນະຄອນ Hurghada ຂອງເອີຢິບ.

ການເຈລະຕາລະຫວ່າງສອງຝ່າຍກົງກັນຂ້າມກັນ ຢູ່ລີບີ (ພາບ: AFP/TTXVN) 

ຕາມທ່ານນາງ Stephanie Williams ແລ້ວ, ບັນດາຝ່າຍເຈລະຈາ ລີບີ ສາມາດສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໄດ້. ທ່ານນາງ Stephanie Williams ກໍ່ສະແດງຄວາມຫວັງວ່າ ບັນດາການເຈລະຈາຈະສິ້ນສຸດດ້ວຍຂໍ້ຕົກລົງວ່າດ້ວຍການຢຸດຍິງໃນໄລຍະຍາວ.

ບັນດາການເຈລະຈາກ່ອນນັ້ນຢູ່ Hurghada ເຊິ່ງໄດ້ດຳເນີນໃນທ້າຍເດືອນກັນຍາ ໄດ້ເຫັນປະຈັກຕາຂໍ້ຕົກລົງລະຫວ່າງ ບັນດາຝ່າຍຢູ່ ລີບີ ເພື່ອແນໃສ່ປ່ອຍນັກໂທດ ທັງໝົດ ແລະ ປົກປ້ອງບັນດາຮາກຖານ ນ້ຳມັນອາຍແກັດ ຂອງປະເທດ ລີບີ ເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວຜະລິດ ແລະ ສົ່ງອອກຜະລິດຕະພັນຍຸດທະສາດນີ້.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top