• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ທີ​ການ​ສຳ​ຜັດ ສະ​ໜິດ​ຕິດ​ພັນ ແລະ ຮັບ​ມື​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງທະ​ເລ

ວັນທີ 14 ທັນວາ, ກອງປະຊຸມສຳມະນາ ສະເຫຼີມສະຫຼອງ ການສ້າງຕັ້ງເວທີປາໄສ ທະເລອາຊຽນ (AMF) ຄົບຮອບ 10 ປີ ໄດ້ດຳເນີນດ້ວຍຫົວຂໍ້ວ່າ “ວິທີການສຳຜັດ ສະໜິດຕິດພັນ ແລະ ຮັບມືຂອງອາຊຽນກ່ຽວກັບການຮ່ວມມືທາງທະເລ”. 


ກອງປະຊຸມສຳມະນາ ສະເຫຼີມສະຫຼອງ ການສ້າງຕັ້ງເວທີປາໄສ ທະເລອາຊຽນ (AMF) ຄົບຮອບ 10 ປີ 

(ພາບ: ກະຊວງການຕ່າງປະເທດ)


ກອງປະຊຸມສຳມະນາທາງອອນລາຍ ໄດ້ມີການເຂົ້າຮ່ວມຂອງ ຜູ້ຕາງໜ້າ ບັນດາປະເທດອາຊຽນ, ບັນດານັກຮຽນຮູ້ທີ່ມີອິດທິພົນຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ. ນະທີ່ນີ້, ບັນດາຜູ້ແທນໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປຢ່າງສັບສົນທີ່ຂົງເຂດຕົວຈິງ, ລວມມີບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມຄວາມເຄັ່ງຕຶງ, ຝຶນກັບກົດໝາຍສາກົນ ແລະ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ, ກໍ່ຄືໃນສະພາບການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ພວມເພີ່ມຂຶ້ນ. ບັນດາຜູ້ແທນໄດ້ເຫັນດີນຳກັນວ່າ ອາຊຽນ ຕ້ອງພິຈາລະນາ ສ້າງວິທີການສຳຜັດໂດຍໄວ ບົນພື້ນຖານກົມກຽວກັນ ລະຫວ່າງບຸລິມະສິດ, ຜົນປະໂຫຍດແຫ່ງຊາດ ແລະ ພາກພື້ນ, ລະຫວ່າງໂຄງການ, ແຜນການພັດທະນາແຫ່ງຊາດກັບພາກພື້ນ ແລະ ສາກົນ, ສະໜິດຕິດພັນ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມສ້າງປະຊາຄົມ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ພິເສດ, ບັນດາຜູ້ແທນ ລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລໃນການດຳເນີນທຸກການເຄື່ອນໄຫວໃນທະເລ, ບັນດາຜູ້ແທນກໍ່ສະແດງຄວາມຊົມເຊີຍຕໍ່ຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບຂໍ້ລິເລີ່ມສ້າງວິທີການສຳຜັດສັງລວມ, ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງ ອາຊຽນ ກ່ຽວກັບການຮ່ວມມືທາງທະເລ, ຜ່ານນັ້ນຢັ້ງຢືນຄວາມສາມັກຄີ, ບົດບາດຂອງ ອາຊຽນຕໍ່ບັນດາສິ່ງທ້າທາຍສັບສົນທີ່ພວມເກີດຂຶ້ນ, ທັງຊຸກຍູ້ການຮ່ວມມື ທັງຍົກສູງກຳລັງຄວາມສາມາດໃນການຮັບມືກັບບັນດາການຜັນແປ ແລະ ບັນຫາທີ່ພວມພົ້ນເດັ່ນຂຶ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top