ຂ່າວສານ
ວິທະຍຸກະຈາຍສຽງຫວຽດນາມ ນຳໜ້າເປີດເສັ້ນທາງຮ່ວມມືໃໝ່ກັບບັນດາຄູ່ຮ່ວມມືທີ່ມີແຕ່ດົນນານ
ໃນຂອບເຂດການຢ້ຽມຢາມທາງ ສະຫະພັນ ລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປ້ອງປິຕູພູມ ລັດເຊຍ, ຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ (ໃນລະຫວ່າງວັນທີ 5 - 12 ພຶດສະພາ), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເຊັນຂໍ້ຕົກລົງການຮ່ວມມືກັບ ອົງການງົບປະມານແຫ່ງລັດ ສະຫະພັນ ລັດເຊຍ (ວິທະຍຸກະຈາຍສຽງ Orpheus) ແລະ ວິທະຍຸກະຈາຍສຽງ - ໂທລະພາບແຫ່ງຊາດ ເບລາຣຸດ.
ໂດຍແຈ້ງຂໍ້ມູນຕື່ມອີກກ່ຽວກັບບັນດາເນື້ອໃນທີ່ເປັນສົນໃຈໃນຂໍ້ຕົກລົງຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ກັບສອງອົງການສື່ມວນຊົນຂອງ ລັດເຊຍ ແລະ ເບລາຣຸດ, ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ ຕາມຂໍ້ຕົກລົງ, ວິທະຍຸກະຈາຍສຽງ Orpheus (ລັດເຊຍ)ຈະສົ່ງບົດຂຽນ, ລາຍການດົນຕີ Classic ແລະ ຍຸກສະໄໝ ຂອງລັດເຊຍ ໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ສຳຄັນສົ່ງບັນດາຜົນງານນັ້ນໄປຍັງປະຊາຊົນຫວຽດນາມທຸກລຸ້ນຄົນທີ່ມີຄວາມມັກຮັກ ແລະ ເມົາມົວດົນຕີ, ວັດທະນະທຳ ລັດເຊຍ. ໃນຂະນະນັ້ນ, ວິທະຍຸກະຈາຍສຽງ - ໂທລະພາບ ເບລາຣຸດ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ຈະເພີ່ມທະວີການແລກປ່ຽນລາຍການກະຈາຍສຽງ, ເນື້ອໃນດີຈີຕອນ, ສົມທົບກັນຜະລິດລາຍການ, ແບ່ງປັນຂໍ້ມູນສື່ມວນຊົນ, ຈັດບັນດາຊຸດບຳລຸງສ້າງວິຊາຊີບ ແລະ ແລກປ່ຽນຄະນະປະຕິບັດງານ. ທ່ານໂດຕຽນຊີ ຜູ້ອຳວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:
ເອກະສານຮ່ວມມືສຳຄັນສອງສະບັບທີ່ຫາກໍ່ໄດ້ຮັບການລົງນາມກັບຄູ່ຮ່ວມມືຂອງ ສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ ກໍ່ແມ່ນເຫດການມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ. ພິເສດ, ນີ້ແມ່ນຂໍ້ຕົກລົງສາກົນສອງສະບັບທຳອິດໃນໄລຍະພັດທະນາໃໝ່ຂອງວິທະຍຸກະຈາຍສຽງ ເຊິ່ງໄດ້ຍົກອອກມາໃນມະຕິສະບັບເລກທີ 46 ຂອງ ລັດຖະບານກຳນົດກ່ຽວກັບບົດບາດໜ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງວິທະຍຸກະຈາຍສຽງ ຫວຽດນາມ, ເປັນໜຶ່ງໃນບັນດາອົງການສື່ມວນຊົນຫຼັກແຫຼ່ງ, ແຖວໜ້າຂອງ ຫວຽດນາມ.