• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດສິງກະໂປຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ນະຄອນໂຮ່ຈິມິນ

ທີ່ການຕ້ອນຮັບທ່ານນາງ Catherine Wong, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສິງກະໂປ ປະຈຳຫວຽດນາມ, ໃນວັນທີ 10 ເມສາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ ຖືວ່າ


ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ ຕ້ອນຮັບທ່ານນາງ Catherine Wong

(ພາບ: sggp.org.vn)

ໃນປີ 2018, ຫວຽດນາມ ແລະ ສິງກະໂປ ໄດ້ມີການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ແມ່ນໂອກາດເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງສິງກະໂປ ແລະ ນະຄອນໂຮ່ຈິມິນ ເວົ້າສະເພາະໃຫ້ດີກວ່າອີກ. ທ່ານ ຫງວຽນທ້ຽນເຍີນ ກໍຢືນຢັນວ່າ ນະຄອນຊົມເຊີຍທີ່ສຸດ ແລະ ຍາມໃດກໍ່ຢາກໄດ້ຮັບການສະໜັບສະໜູນຂອງບັນດາປະເທດ, ໃນນັ້ນມີສິງກະໂປ ໃນໂຄງການກໍ່ສ້າງເຂດຕົວເມືອງສະຫຼາດ, ກໍຄືໃນຂົງເຂດສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເຊິ່ງແມ່ນທ່າແຮງຂອງສິງກະໂປ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ ຈະໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ແລະ ສິງກະໂປ ໂດຍໄວ ເພື່ອປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດ, ມຸ່ງໄປເຖິງບັນດາໝາກຜົນລະອຽດ.

      ສ່ວນທ່ານນາງ Catherine Wong ໄດ້ຂອບໃຈການໜູນຊ່ວຍຈາກການນຳນະຄອນໂຮ່ຈິມິນ ເພື່ອໃຫ້ສິງກະໂປ ກາຍເປັນນັກລົງທຶນໃຫຍ່ກວ່າໝູ່ຢູ່ນະຄອນ. ທ່ານນາງໃຫ້ຮູ້ວ່າ, ວິສາຫະກິດສິງກະໂປ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ນະຄອນໂຮ່ຈິມິນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນໂຮ່ຈິມິນ ໃນໂຄງການກໍ່ສ້າງເຂດຕົວເມືອງສະຫຼາດ.

(ແຫຼ່ງຄັດຈາກ VOV)


ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

Top