• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິທະຍາຄານປ້ອງກັນຊາດຈັດພິທີເປີດສົກຮຽນໃໝ່ 2020 – 2021

ໃນໄລຍະຈະມາເຖິງ, ວິທະຍາຄານປ້ອງກັນຊາດ ຄວນປະຕິບັດໜ້າທີ່ສຶກສາ, ບຳລຸງສ້າງໃຫ້ຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກຳລັງປະກອບອາວຸດໃຫ້ເປັນຢ່າງດີກວ່າ.


ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ພິທີ

(ພາບ: qdnd.vn)


ຕອນເຊົ້າວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍາຄານປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຈັດພິທີເປີດສົກຮຽນໃໝ່ 2020 – 2021. ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ: ບັນດາຜົນງານໃນການຝຶກຊ້ອມ-ບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ, ຮ່ວມມືກັບສາກົນຂອງວິທະຍາຄານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ກຳລັງຊີ້ນຳ, ນຳພາ, ບໍລິຫານ, ຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະກອບສ່ວນສ້າງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ. ໃນໄລຍະຈະມາເຖິງ, ວິທະຍາຄານປ້ອງກັນຊາດ ຄວນປະຕິບັດໜ້າທີ່ສຶກສາ, ບຳລຸງສ້າງໃຫ້ຖັນແຖວພະນັກງານຂັ້ນສູງຂອງພັກ, ລັດ ແລະ ກຳລັງປະກອບອາວຸດໃຫ້ເປັນຢ່າງດີກວ່າ, ເປັນເຈົ້າການຄົ້ນຄວ້າ, ສະເໜີຕໍ່ພັກ, ລັດບັນດາບັນຫາກ່ຽວກັບຍຸດທະສາດດ້ານການທະຫານ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງໃນສະພາບການໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top