• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງຮູບຖ່າຍສິລະປະສັນລະເສີນທະເລ, ໝູ່ເກາະ ຫວຽດນາມ 223 ແຜ່ນ

      ບັນດາຮູບຖ່າຍທີ່ໄດ້ຮັບການຕີລາຄາສູງເຫລົ່ານັ້ນ ສະແດງໃຫ້ເຫັນຄວາມງາມຂອງທຳມະຊາດ, ປະຊາຊົນຢູ່ບັນດາເຂດທະເລ, ໝູ່ເກາະ ຫວຽດນາມ ຜ່ານຊ່ວງເວລາຂອງຊີວິດ, ການດຳເນີນຊີວິດປະຈຳກັນ; ຮີດຄອງປະເພນີ, ວັດທະນະທຳຂອງປະຊາຊົນຢູ່ເຂດແຄມຝັ່ງທະເລ ຫວຽດນາມ
            ວັນທີ 02 ເມສາ, ທີ່ເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທຳກຸງເກົ່າ ຮວາລື, ເມືອງ ຮວາລື (ແຂວງ ນິງບີງ), ຄະນະໂຄສະນາສຶກສາສູນກາງພັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ ນິງບີງ ຈັດຕັ້ງງານວາງສະແດງຮູບຖ່າຍສິລະປະ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”.

ວາງສະແດງຮູບຖ່າຍສິລະປະສັນລະເສີນທະເລ, ໝູ່ເກາະ ຫວຽດນາມ ຢູ່ ກຸງເກົ່າ ຮວາລື (ພາບ: TTXVN)
      ທີ່ໄດ້ຊິງການປະກວດຮູບຖ່າຍສິລະປະດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ມາວາງສະແດງ ໂດຍຄະນະໂຄສະນາສຶກສາສູນກາງພັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັນຈັດຕັ້ງ. ບັນດາຮູບຖ່າຍທີ່ໄດ້ຮັບການຕີລາຄາສູງເຫລົ່ານັ້ນ ສະແດງໃຫ້ເຫັນຄວາມງາມຂອງທຳມະຊາດ, ປະຊາຊົນຢູ່ບັນດາເຂດທະເລ, ໝູ່ເກາະ ຫວຽດນາມ ຜ່ານຊ່ວງເວລາຂອງຊີວິດ, ການດຳເນີນຊີວິດປະຈຳກັນ; ຮີດຄອງປະເພນີ, ວັດທະນະທຳຂອງປະຊາຊົນຢູ່ເຂດແຄມຝັ່ງທະເລ ຫວຽດນາມ…ງານວາງສະແດງຈະດຳເນີນໄປຮອດວັນທີ 07 ເມສາ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top