• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບພິເສດ ຫວຽດ - ລາວ” ຈະຈັດຂຶ້ນຢູ່ ນະຄອນ ດ້ຽນບຽນ

      ວັນບຸນ ນ້ຳໃຈໄມຕີຈິດມິດຕະພາບພິເສດ ຫວຽດ - ລາວຈະດຳເນີນໃນລະຫວ່າງ ວັນທີ 4-5 ທັນວາ, ຢູ່ນະຄອນ ດ້ຽນບຽນ, ແຂວງ ດ້ຽນບຽນ. 

ທ່ານ ຫວຽນມິງຮົ່ງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ:hanoimoi.com.vn)
      ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ຈັດຂຶ້ນເພື່ອ ໂຄສະນາຮູບພາບ ຫວຽດນາມ ປ່ຽນແປງໃໝ່, ມິດຕະພາບ, ຮ່ວມມືແບບພິເສດ, ຮອບດ້ານ ຫວຽດນາມ - ລາວ. ວັນບຸນດັ່ງກ່າວແມ່ນການເຄື່ອນໄຫວ ວຽກງານຖະແຖງຂ່າວຕໍ່ການຕ່າງປະເທດ ດ້ວຍບັນດາລາຍການສະແດງສິລະປະ ວັດທະນະທຳ, ງານວາງສະແດງ, ງານຕະຫຼາດນັດທີ່ມີສີສັນສະເພາະ; ພ້ອມນັ້ນກໍ່ຍັງເປັນຂົວເຊື່ອມຕໍ່ແລກປ່ຽນການຄ້າ ລະຫວ່າງ ບັນດາວິສາຫະກິດພາຍໃນປະເທດ ກັບ ແຂວງດ້ຽນບຽນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດແຂວງດ້ຽນບຽນໃນການປ່ຽນແປງໃໝ່, ເຊື່ອມໂຍງກັບສາກົນ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບວັນບຸນ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ຫວຽນມິງຮົ່ງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃຫ້ຮູ້ວ່າ:
            “ນີ້ແມ່ນວັນບຸນຂອງປະຊາຊົນ ບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວ ວຽກງານຖະແຖງຂ່າວການຕ່າງປະເທດ ຢູ່ເຂດເສັ້ນຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ ສຳລັບບັນດາຂັ້ນ, ບັນດາຂະແໜງການ ແລະ ປະຊາຊົນເຂດຊາຍແດນ ກ່ຽວກັບສະຕິ, ຄວາມຮັບຜິດຊອບໃນວຽກການງານຄຸ້ມຄອງ ເພື່ອແນໃສ່ປົກປັກຮັກສາບັນດາໜ້າທີ່ຍຸດທະສາດ ທີ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກໃຫ້ປະສົບຜົນສຳເລັດ. ນັ້ນແມ່ນ: ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ຢ່າງໝັ້ນຄົງ, ຮັກສາສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ຍົກສູງຖານະບົດບາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ”.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top