• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງ​ທຶນ​ຢ່າງ​ມີ​ຈຸດ​ສຸມ ໃນ​ໄລ​ຍະ​ຟື້ນ​ຟູ​ພື້ນ​ຖານເສດ​ຖະ​ກິດ

ສະມາຊິກສະພາແຫ່ງຊາດ ກໍ່ຕີລາຄາວ່າ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ, ເຖິງວ່າ ມີບາງທ້ອງຖິ່ນ ຍັງບໍ່ມີໄຫວພິບກໍ່ຕາມ, ແຕ່ຈຸດພົ້ນເດັ່ນທີ່ສຳຄັນ ແມ່ນ ຫວຽດນາມ ໄດ້ປະສົບຜົນສຳເລັດຫຼາຍທີ່ສຸດໃນບັນຫາ ວັກຊິນ.
ທ່ານ ຫງວຽນຝຸເກືອງ ສະມາຊິກສະພາແຫ່ງຊາດ ແຂວງ ເກິ່ນເທີ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ຕອນເຊົ້າວັນທີ 21 ຕຸລາ, ສະມາຊິກ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປຶກສາຫາລືຢູ່ຕາມກຸ່ມ ກ່ຽວກັບຫຼາຍເນື້ອໃນ, ໃນນັ້ນມີໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022, ບົດລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ສະພາບການປະຕິບັດມະຕິເລກທີ 30/2021/ ຂອງສະພາແຫ່ງຊາດຊຸດທີ15 ກ່ຽວກັບກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ ຂອງ ສະພາແຫ່ງຊາດ ຊຸດທີ XV. ທີ່ວາລະປຶກສາຫາລື, ມີສະມາຊິກຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ເສດຖະກິດ ຫວຽດນາມ ໄດ້ຮັບຜົນກະທົບຢ່າງໜັກໜ່ວງໃນຫຼາຍດ້ານ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດໃນໄຕມາດທີ III ແລະ ໃນ 9 ເດືອນຜ່ານມາ ຍັງມີຫຼາຍຈຸດພົ້ນເດັ່ນ. ທ່ານ ຮ່ວາງວັນເກືອງ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ຂະແໜງກະສິກຳແມ່ນຂະແໜງໜຶ່ງດຽວ ທີ່ມີການເຕີບໂຕເປັນບວກໃນ ໄຕມາດທີ 3. ດັ່ງນັ້ນ, ພວກເຮົາຕ້ອງເບິ່ງຄືນ ບັນຫາພັດທະນາກະສິກຳ. ທີ 2 ແມ່ນການປະກອບສ່ວນເປັນຢ່າງດີ ຂອງ ຂະແໜງການສົ່ງອອກ. ໃນ 9 ເດືອນຜ່ານມາ, ວົງເງິນການສົ່ງອອກຍັງມີການເຕີບໂຕກ່ວາ 10%. ດ້ວຍພື້ນຖານເສດຖະກິດເປີດຄື ຫວຽດນາມ ຕ້ອງໃຫ້ບູລິມະສິດແກ່ການສົ່ງອອກ. ຕໍ່ຈາກນີ້ແມ່ນໃນໄລຍະຟື້ນຟູ, ພວກເຮົາກໍ່ຄວນໃຫ້ບຸລິມະສິດ ແກ່ຂະແໜງ, ປະເພດສິນຄ້າສົ່ງອອກ ທີ່ອາດຈະເປັນທ່າແຮງ.

ສະມາຊິກສະພາແຫ່ງຊາດ ກໍ່ຕີລາຄາວ່າ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ, ເຖິງວ່າ ມີບາງທ້ອງຖິ່ນ ຍັງບໍ່ມີໄຫວພິບກໍ່ຕາມ, ແຕ່ຈຸດພົ້ນເດັ່ນທີ່ສຳຄັນ ແມ່ນ ຫວຽດນາມ ໄດ້ປະສົບຜົນສຳເລັດຫຼາຍທີ່ສຸດໃນບັນຫາ ວັກຊິນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top