• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຮັບງວດອຸປະກອນການແພດທີ່ມີມູນຄ່າກວ່າ 3 ລ້ານ USD ໂດຍຍີ່ປຸ່ນ ໜູນຊ່ວຍເພື່ອປ້ອງກັນໂລກລະບາດ

ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.

(ລາວຮັບງວດອຸປະກອນການແພດທີ່ມີມູນຄ່າກວ່າ 3 ລ້ານ USD)

ວັນທີ 18 ທັນວາ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19. ຈຳນວນອຸປະກອນລວມມີ: ເຄື່ອງວິໄຈ RT-PCR, ທາດເຄມີ, ຜ້າອັດປາກ-ອັດດັງ, ຊຸດກັນເຊື້ອພະຍາດໃຫ້ພາລະກອນການແພດທີ່ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ… ກ່າວຄຳເຫັນທີ່ພິທີມອບ-ຮັບເຄື່ອງອຸປະກອນ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ສະແດງຄວາມປາດຖະໜາຢາກຮ່ວມມືພ້ອມກັບລັດຖະບານລາວ ໃນການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19. ໂດຍຕາງໜ້າໃຫ້ແກ່ລັດຖະບານລາວ, ທ່ານລັດຖະມົນຕີກະຊວງສາທາລະນະສຸກລາວ, ຮອງສາດສະດາຈານ - ປະລິນຍາເອກ ບຸນກອງ ສີຫາວົງ ຢືນຢັນວ່າ ຈະນຳໃຊ້ ເຄື່ອງອຸປະກອນການແພດດັ່ງກ່າວຢ່າງມີປະສິດທິຜົນທີ່ສຸດ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top