• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ຢືນຢັນບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າເສັ້ນທາງ 50 ປີແຫ່ງການພັດທະນາ

ລາວ ກໍ່ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຕາມວິໄສທັດການພັດທະນາ. ຈາກປະເທດບໍ່ມີທະເລ, ລາວ ໄພວມກາຍເປັນປະເທດເຊື່ອມຕໍ່ຜ່ານທາງບົກ, ທາງນ້ຳ ແລະ ທາງການບິ່ນເທື່ອລະກ້າວ.
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສປປ.ລາວ (02 ທັນວາ 1975 – 02 ທັນວາ 2025), ຕອນເຊົ້າວັນທີ 30 ພະຈິກ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ວຽງຈັນ, ພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ລາວ ໄດ້ຈັດງານພົບປະກັບບັນດາຜູ້ຕາງໜ້າອົງການສາກົນ ແລະ ອົງການທູຕານຸທູດຕ່າງປະເທດປະຈຳ ລາວ. ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ພ້ອມກັບພັນລະຍາເຂົ້າຮ່ວມເຫດການ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສະພາບການພາກພື້ນ ແລະ ໂລກມີການຜັນແປຫຼາຍຢ່າງ, ຍາດທີ່ຈະຄາດຄະເນໄດ້ລ່ວງໜ້າ, ສົ່ງຜົນສະທ້ອນເຖິງຫຼາຍປະເທດ, ໃນນັ້ນມີ ລາວ. ຕໍ່ໜ້າສະພາບການນັ້ນ, ລັດຖະບານ ລາວ ໄດ້ສຸມໃສ່ແກ້ໄຂບັນດາບັນຫາຂອງປະເທດຊາດຢ່າງມີປະສິດທິຜົນ. ສິ່ງທີ່ໜ້າສົນໃຈ, ລາວ ໄດ້ກາຍເປັນຄູ່ສົນທະນາຂອງອົງການຮ່ວມມື ຊຽງໄຫ່ ແລະ ເຊັນສົນທິສັນຍາສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ) ທີ່ພິທີເປີດເຊັນຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2025 ຜ່ານມາ. ພ້ອມກັນນັ້ນ, ລາວ ກໍ່ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຕາມວິໄສທັດການພັດທະນາ. ຈາກປະເທດບໍ່ມີທະເລ, ລາວ ໄພວມກາຍເປັນປະເທດເຊື່ອມຕໍ່ຜ່ານທາງບົກ, ທາງນ້ຳ ແລະ ທາງການບິ່ນເທື່ອລະກ້າວ. ການນຳ ລາວ ຢືນຢັນວ່າ, ຜົນງານທີ່ບັນລຸໄດ້ນັ້ນ ໄດ້ມີການປະກອບສ່ວນສຳຄັນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນໃນຕະຫຼອດໄລຍະທີ່ຜ່ານມາ.

(ແຫຼ່ງຄັດຈາກ VOV)

ເຫດ​ໄຟ​ໄໝ້ ຕຶກ​ອາ​ພາ​ເມັ້ນ ຢູ່​ຮົ່ງ​ກົງ (ຈີນ): ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 146 ຄົນ

ເຫດ​ໄຟ​ໄໝ້ ຕຶກ​ອາ​ພາ​ເມັ້ນ ຢູ່​ຮົ່ງ​ກົງ (ຈີນ): ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 146 ຄົນ

ຈຳນວນຜູ້ເສຍຊີວິດໃນເຫດໄຟໄໝ້ຢູ່ຕຶກອາພາເມັ້ນ Wang Fuk Court ຢູ່ເມືອງ Tai Po ຂອງຮົ່ງກົງ (ຈີນ) ເຮັດໃຫ້ມີຜູ້ສຍຊີວິດຢ່າງໜ້ອຍສຸດ 146 ຄົນ.

Top