• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”

ບັນດາຜູ້ແທນ ແລະ ແຂກຜູ້ເຂົ້າຮ່ວມ ໄດ້ຮັບຊົມລາຍການສິລະປະດ້ວຍບັນດາບົດເພງຍ້ອງຍໍສັນລະເສີນສາຍໃຈມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ບັນດາບົດເພງທີ່ມີຊື່ສຽງຂອງຊາດລາວ…
  ການມອບລາງວັນການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022  

ຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ໄດ້ໄຂລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”, ສະຫຼຸບການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022. ບັນດາຜູ້ແທນ ແລະ ແຂກຜູ້ເຂົ້າຮ່ວມ ໄດ້ຮັບຊົມລາຍການສິລະປະດ້ວຍບັນດາບົດເພງຍ້ອງຍໍສັນລະເສີນສາຍໃຈມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ບັນດາບົດເພງທີ່ມີຊື່ສຽງຂອງຊາດລາວ… ໃນລາຍການຍັງມີບັນດາຮູບເງົາສາລະຄະດີ ກ່ຽວກັບສາຍພົວພັນ ຫວຽດ-ລາວ ບໍລິສຸດຜຸດຜ່ອງ, ຄຽງບ່າຄຽງໄລ່ກັນ ໃນສົງຄາມ ແລະ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນສະໄໝສັນຕິພາບ; ກ່ຽວກັບວາລະຈັດຕັ້ງການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ”…

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງ ຫງວຽນຈ້ອງເຫງຍ, ຢືນຢັນວ່າ:

ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຊີ້ນຳ ນຳພາຂອງສອງພັກ, ສອງລັດ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິນ, ວິສາຫະກິດສອງປະເທດ ໄດ້ຕັ້ງໜ້າສົມທົບປະຕິບັດບັນດາຂໍ້ຕົກລົງ, ໂຄງການ, ແຜນການຮ່ວມມື ແລະ ບັນລຸໄດ້ຫຼາຍໝາກຜົນອັນແທດເໝາະກັບຕົວຈິງ ໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນວຽກງານປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ພັດທະນາເສດທະກິດ - ສັງຄົມ, ຮັບປະກັນປ້ອງກັນຊາດ - ປ້ອງກັນສະຫງົບຢູ່ບັນດາປະເທດ.

ຢູ່ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບ ລາງວັນທີ່ໜຶ່ງ 12 ລາງວັນ, ລາງວັນທີ່ສອງ 24 ລາງວັນ, ລາງວັນທີສາມ 60 ລາງວັນ ໃນການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022. ເນື່ອງໃນໂອກາດນີ້, ຄະນະໂຄສະນາສຶກສາສູນກາງ ໄດ້ມອບໃບຍ້ອງຍໍໃຫ້ແກ່ ວິທະຍຸກະຈາຍສຽງຫວຽດນາມ ແລະ 19 ທ້ອງຖິນ, ໜ່ວຍງານທີ່ມີຜົນງານດີເດັ່ນໃນວຽກງານຈັດຕັ້ງ, ຜັນຂະຫຍາຍການແຂ່ງຂັນ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top