• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2020

ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2020 ໄດ້ດຳເນີນໃນວັນທີ 18 ມັງກອນ, ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງຂຶ້ນ.

ຄະນະພໍ່ແມ່ປະຊາຊົນຊາວ ຫວຽດນາມ  ອາໄສຢູ່ຕ່າງປະເທດເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)

ລາຍການທີ່ໄດ້ຈັດຂຶ້ນໃນທຸກໆປີນີ້ ໄດ້ກາຍເປັນເຫດການໃຫຍ່, ໄດ້ຮັບຄວາມລໍຄອຍຈາກປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ. ຕີລາຄາກ່ຽວກັບຄວາມໝາຍຂອງລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ, ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ຮູ້ວ່າ:

        “ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນແມ່ນລາຍການທີ່ມີຄວາມໝາຍສຳລັບພໍ່ແມ່ປະຊາຊົນທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ. ປີນີ້ ແມ່ນປີທີ 12 ທີ່ລາຍການໄດ້ຮັບການຈັດຕັ້ງຂຶ້ນ. ກ່ອນອື່ນໝົດ ມັນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດເຮົາຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ບົນເນື້ອໃນຈິດໃຈແມ່ນປະຊາຄົມບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນແຫຼ່ງກຳລັງ. ສິ່ງພິເສດແມ່ນພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດມີໂອກາດໄດ້ພົບປະກັບການນຳພັກ, ລັດ, ທ້ອງຖິ່ນ ເພື່ອສະເໜີຄວາມໃນໃຈ, ຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຕົນ ແລະ ຊອກຮູ້ກາລະໂອກາດການລົງທຶນ, ດຳເນີນທຸລະກິດຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top