ຂ່າວສານ
ລັດເຊຍ ປະກາດໝາກຜົນຂອງການເຈລະຈາສາມຝ່າຍ ລັດເຊຍ - ອາເມລິກາ - ຢູແກຼນ ຢູ່ Abu Dhabi
ຮອບເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ຢູ່ Abu Dhabi (ສະຫະລັດ ອາຣັບ ເອມີເລັດ) ໄດ້ສິ້ນສຸດລົງໃນວັນທີ 11 ພະຈິກ, ພາຍຫຼັງການປຶກສາຫາລືເປັນສອງວັນກ່ຽວກັບການແກ້ໄຂການປະທະກັນ ແລະ ສ້າງລະບົບຄວາມໝັ້ນຄົງເອີລົບພາຍຫຼັງການປະທະກັນ. ຝ່າຍລັດເຊຍ ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງໝາກຜົນດັ່ງກ່າວ.
ກ່ຽວກັບໝາກຜົນລະອຽດ, ຫົວໜ້າຄະນະເຈລະຈາຝ່າຍລັດເຊຍ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງວ່າດ້ວຍ ຫຼັກການສຳລັບການແລກປ່ຽນຊະເລີຍເສິກ ຂອບຂະໜາດໃຫຍ່ໃໝ່. ບັນດາຕົວເລກລະອຽດຈະໄດ້ປະກາດໃນໄລຍະຈະມາເຖິງ. ຝ່າຍລັດເຊຍ ຕີລາຄາສູງບັນດາຜູ້ຕາງໜ້າ ອາເມລິກາ ແມ່ນໜຶ່ງໃນບັນດາຝ່າຍທີ່ຕັ້ງໜ້າໃນການເຈລະຈາ. ຕາມຫົວໜ້າຄະນະລັດເຊຍແລ້ວ, ປະເທດນີ້ຍັງບໍ່ທັນໄດ້ຮັບຂໍ້ສະເໜີສັນຕິພາບລະອຽດໃດຈາກບັນດາປະເທດ ເອີລົບ, ພ້ອມທັງຕຳໜິຕິຕຽນເລື່ອງບັນດາປະເທດນີ້ສືບຕໍ່ໜູນຊ່ວຍຢູແກູນ.






