• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ເງິນ G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ໜູນ​ຊ່ວຍ​ການ​ເງິນ​ໃຫ້​ແກ່​ຢູ​ແກຼນ

ຖະແຫຼງການດັ່ງກ່າວ ຊີ້ແຈ້ງວ່າ: G7 ລະດົມເງິນໄດ້ 32 ຕື້ USD ເພື່ອໜູນຊ່ວຍດ້ານເສດຖະກິດ ແລະ ງົບປະມານໃຫ້ແກ່ຢູແກຼນ, ໃນນັ້ນ ຈາກສະຫະພາບເອີລົບ (EU)ແມ່ນ 18 ຕື້ ເອີໂຣ (ປະມານ 19,09 ຕື້ USD).
  ພາບປະກອບ (ພາບ: AFP/TTXVN)  

ວັນທີ 22 ທັນວາ, ລັດຖະມົນຕີການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມໂດຍໃຫ້ຮູ້ວ່າ ບັນດາປະເທດສະມາຊິກພ້ອມແລ້ວທີ່ຈະມານະພະຍາຍາມກ່ວາອີກ ເພື່ອໜູນຊ່ວຍ ຢູແກຼນດ້ານການເງິນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກອຸປະຖຳຕ່າງໆເພີ່ມການໜູນຊ່ວຍ. ຖະແຫຼງການໄດ້ຮັບຮອງເອົາຢູ່ກອງປະຊຸມທາງໄກ ຂອງບັນດາລັດຖະມົນຕີການເງິນ G7. ຖະແຫຼງການດັ່ງກ່າວ ຊີ້ແຈ້ງວ່າ: G7 ລະດົມເງິນໄດ້ 32 ຕື້ USD ເພື່ອໜູນຊ່ວຍດ້ານເສດຖະກິດ ແລະ ງົບປະມານໃຫ້ແກ່ຢູແກຼນ, ໃນນັ້ນ ຈາກສະຫະພາບເອີລົບ (EU)ແມ່ນ 18 ຕື້ ເອີໂຣ (ປະມານ 19,09 ຕື້ USD).

ແລະກໍ່ໃນວັນດຽວກັນ, ທ່ານນາງ Annalena Baerbock ລັດຖະມົນຕີການຕ່າງປະເທດ ເຢຍລະມັນ  ກໍ່ຢັ້ງຢືນວ່າ ກຸ່ມບັນດາປະເທດ G7 ຈະມານະພະຍາຍາມເພີ່ມທະວີຄວາມສາມາດໃນການປ້ອງກັນອາກາດຂອງ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top