• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ໄດ້ເລີ່ມສະຫຼອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ

ກຸ່ມບໍລິສັດ Gazprom ໄດ້ເລີ່ມສະໜອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ ຜ່ານລະບົບທໍ່ສົ່ງນຳ້ມັນ ຕວກກີ ດ້ວຍຈຳນວນຫຼາຍກ່ວາສັນຍາທີ່ໄດ້ລົງນາມ.
  (ພາບປະກອບຈາກ AFP/TTXVN)  

ວັນທີ 13 ສິງຫາ, ຮຸງກາຣີ ໄດ້ປະກາດວ່າ ລັດເຊຍ ໄດ້ເລີ່ມສະໜອງອາຍແກັດໃຫ້ແກ່ປະເທດນີ້. ກະຊວງການຕ່າງປະເທດ ຮຸງກາຣີ ໃຫ້ຮູ້ວ່າ: ບັນດາການເຈລະຈາດ້ານການຄ້າກັບ ມົດສະກູ “ໄດ້ພາໃຫ້ຂໍ້ຕົກລົງສະບັບໜຶ່ງ” ເພື່ອໃຫ້ກຸ່ມບໍລິສັດ Gazprom ຂອງລັດເຊຍ ເລີ່ມສົ່ງຈຳນວນອາຍແກັດ “ດ້ວຍປະລິມານຫຼາຍກ່ວາສັນຍາທີ່ໄດ້ລົງນາມ”.

ໃນຂະນະນັ້ນ, ສຳນັກຂ່າວສານ RIA ຂອງລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Tamas Menczer, ລັດຖະມົນຕີກ່ຽວກັບການພົວພັນຕ່າງປະເທດຂອງ ຮຸງກາຣີ ຍອມຮັບວ່າ: ກຸ່ມບໍລິສັດ Gazprom ໄດ້ເລີ່ມສະໜອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ ຜ່ານລະບົບທໍ່ສົ່ງນຳ້ມັນ ຕວກກີ ດ້ວຍຈຳນວນຫຼາຍກ່ວາສັນຍາທີ່ໄດ້ລົງນາມ. ທ່ານ Tamas Menczer ໃຫ້ຮູ້ຕື່ມອີກວ່າ: “ກ່ອນນັ້ນ, ລັດຖະບານ ຮຸງກາຣີ ໄດ້ຕັດສິນໃຈຊື້ອາຍແກັດທຳມະຊາດ ຕື່ມອີກປະມານ 700 ລ້ານແມັດກ້ອນ ນອກຈາກຈຳນວນໄດ້ເຊັນສັນຍາແລ້ວ”. ທ່ານ  Menczer ກໍ່ໄດ້ໃສ່ໃຈວ່າ ຮຸງກາຣີ ພວມໄປກ່ອນແຜນການສະສົມບັນດາຮາກຖານບັນຈຸນຳ້ມັນ.

ກ່ອນໜ້ານັ້ນ, ໃນເດືອນ ກໍລະກົດ, ລັດຖະບານ ໄດ້ປະກາດສະພາບການສຸກເສີນໃນຂົງເຂດພະລັງງານ.  

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top