• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ​ ຕ​ີລາຄາວ່າ ອາຊຽນ ​ແມ່ນ​ອົງການ​ລະດັບພາກ​ພື້ນ​ທີ່​ປະສົບ​ຜົນ​ສໍາ​ເລັດ​ດ້ວຍ​ຜົນ​ງານ​​ດີ​ເດັ່ນຫຼາຍຢ່າງ

ອາຊຽນ ໄດ້ກາຍເປັນອົງການລະດັບພາກພື້ນທີ່ປະສົບຜົນສໍາເລັດທີ່ສຸດ ດ້ວຍຜົນງານດີເດັ່ນໃນຫຼາຍຂົງເຂດ. ນັ້ນແມ່ນຄໍາສັງເກດຂອງທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເຊິ່ງໄດ້ຍົກອອກມາໃນສານສົ່ງເຖິງປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ແລະ ວັນລາວເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 23 ປີ.

ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ (ພາບ: TTXVN)

ໃນສານສະບັບດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເນັ້ນໜັກວ່າ: “ອາຊຽນ ແມ່ນພາກພື້ນທີ່ມີສັນຕິພາບ ແລະ ສະຖຽນລະພາບມາແຕ່ດົນນານ ດ້ວຍບັນດາຜົນງານດີເດ່ັ່ນທີ່ບັນລຸໄດ້ໃນການຮ່ວມມືດ້ານເສດຖະກິດ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ ອາຊຽນ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາ ເສດຖະກິດ - ສັງຄົມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ອາຊຽນ”. ປີ 2020, ເຖິງວ່າ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບໄພພິບັດທໍາມະຊາດ ແລະ ໂລກລະບາດໂຄວິດ - 19 ກໍຕາມ, ແຕ່ອາຊຽນໄດ້ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ບົນເນື້ອໃນຈິດໃຈຂອງຫົວຂໍ້ ໂດຍຫວຽດນາມ  - ປະເທດປະທານ ອາຊຽນ 2020 ໄດ້ວາງອອກ, ນັ້ນແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

        ຕາມທ່ານລັດຖະມົນຕີການຕ່າງປະເທດ ລາວ ແລ້ວ, ພາຍຫຼັງເຂົ້າເປັນສະມາຊິກ ອາຊຽນ ເປັນເວລາ 23 ປີ, ລາວ ບັນລຸໄດ້ຜົນງານ ແລະ ຜົນປະໂຫຍດຫຼາຍຢ່າງ ຜ່ານການເຂົ້າຮ່ວມບັນດາວິວັດທະນາການລວມຂອງ ອາຊຽນ ຢ່າງຄົບຖ້ວນ ແລະ ຕັ້ງໜ້າ ບົນຈິດໃຈມີຄວາມຮັບຜິດຊອບສູງ, ສິ່ງດັ່ງກ່າວ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ລາວ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top