• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາຍົກເລີກການຢ້ຽມຢາມຈີນ

      ວັນທີ 01 ຕຸລາ, ເຈົ້າໜ້າທີ່ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ
ກອງປະຊຸມຄວາມໝັ້ນຄົງລະຫວ່າງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Jim Mattis ແລະ ຄູ່ຕຳແໜ່ງ ໄວເພິງເຄືອ ໄດ້ຖືກຍົກເລີກ, ໃນສະພາບການພົວພັນລະຫວ່າງ 2 ປະເທດພວມມີຄວາມເຄັ່ງຕຶງຫຼາຍຢ່າງ.
        ກ່ອນໜ້ານັ້ນ, ທຳນຽບ 5 ແຈໄດ້ຂຶ້ນແຜນໃຫ້ທ່ານ Jim Mattis ໄປປັກກິ່ງ ເພື່ອເຂົ້າຮ່ວມກອງປະຊຸມນີ້, ແຕ່ສຸດທ້າຍຝ່າຍຈີນ ໄດ້ປະຕິເສດການຊັບຊ້ອນດັ່ງກ່າວ. ເຈົ້າໜ້າທີ່ອາເມລິກາ ເນັ້ນໜັກວ່າ, ຍ້ອນເຫດນັ້ນ, ຂໍ້ຕົກລົງຍົກເລີກການໄປປະຕິບັດງານຂອງທ່ານລັດຖະມົນຕີ Mattis ຈຶ່ງໄດ້ຍົກອອກມາງສ່ວນໃຫຍ່ໂດຍແມ່ນຝ່າຍອາເມລິກາ.
        ປະຈຸບັນ, ສະຖານທູດອາເມລິກາ ປະຈຳປັກກິ່ງ ຍັງບໍ່ທັນຍົກອອກທັດສະນະໃດໆ. ການກະທຳດັ່ງກ່າວຖືກຍົກອອກມາໃນສະພາບຄວາມເຄັ່ງຕຶງລະຫວ່າງອາເມລິກາ - ຈີນ ຍັງສືບຕໍ່ເພີ່ມຂຶ້ນ, ພິເສດແມ່ນໃນບັນຫາດ້ານການຄ້າ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂ​ດກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU – 152) ຢູ່ Istanbul, ຕວັກ​ກີ, ຕອນ​ເຊົ້າ​ວັນ​ທີ 17 ເມ​ສາ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ (IPU).

Top