• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໃຫ້ການຕ້ອນຮັບ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນການສົ່ງເສີມບັນດາໂຄງການຊ່ວຍເຫຼືອວິທະຍຸກະຈາຍສຽງແຫ່ງຊາດ ລາວ ແລະ ບາງວິທະຍຸ - ໂທລະພາບ ທ້ອງຖິ່ນ.

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ບໍ່ແສງຄຳ ວົງດາລາ ແລະ ທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກິ 
ອນບ່າຍວັນທີ 23 ກຸມພາ, ທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກິ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ບໍ່ແສງຄຳ ວົງດາລາໄດ້  ຊົມເຊີຍທ່ານຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກິ ພ້ອມກັບຄະນະປະຕິບັດວຽກງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ ມາຢ້ຽມຢາມລາວ ໃນໂອກາດການຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ແລະ ຢັ້ງຢືນວ່າການເດີນທາງປະຕິບັດ ງານຂອງຄະນະຈະປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມທະວີການຮ່ວມມືກ່ວາອີກ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນການສົ່ງເສີມບັນດາໂຄງການຊ່ວຍເຫຼືອວິທະຍຸກະຈາຍສຽງແຫ່ງຊາດ ລາວ ແລະ ບາງວິທະຍຸ - ໂທລະພາບ ທ້ອງຖິ່ນ, ປະກອບສ່ວນເຂົ້າໃນການຍູ້ແຮງວຽກງານໂຄສະນາ, ສົ່ງສຽງຂອງພັກ - ລັດລາວເຖິງປະຊາຊົນ, ໂດຍສະເພາະແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດຊົນນະບົດ, ເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top