• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານສືບຕໍ່ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ຮອດຕອນບ່າຍວັນທີ 29 ມັງກອນ ນີ້, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 53 ຄົນ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ. (ພາບ: tuoitre.vn)

ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ດຳເນີນໃນຕອນບ່າຍວັນທີ 29 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໃຫ້ຮູ້ວ່າ, ຮອດຕອນບ່າຍວັນທີ 29 ມັງກອນ ນີ້, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 53 ຄົນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການຕາມຫາເຊື້ອ ແລະ ປະຕິບັດຫຼາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດຄືໃນປະຈຸບັນ, ຄາດວ່າໃນເວລາ 8 ວັນຈະສະກັດກັ້ນການແຜ່ລະບາດໄດ້. ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໃຫ້ຮູ້ວ່າ, ຜູ້ຕິດເຊື້ອພະຍາດ 50 ຄົນທີ່ໃນຕອນບ່າຍນີ້ແມ່ນການຕິດແປດໃຫຍ່ສຸດທີ່ຍັງເຫຼືອໃນຄັ້ງນີ້. ກ່ຽວກັບຄຳໝັ້ນສັນຍາດັບໂລກລະບາດໄດ້ພາຍໃນເວລາ 10 ວັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ໄລ່ມາຮອດຈຸດເວລານີ້ ລັດຖະບານຍັງຮັກສາຄຳໝັ້ນສັນຍານັ້ນ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ເລື່ອງຕາມຫາເຊື້ອພວມດຳເນີນໄປຢ່າງຮີບດ່ວນ ແລະ ມີປະສິດທິຜົນ.

        ສະນັ້ນ, ນັບແຕ່ວັນທີ 25 ມັງກອນ ມາຮອດປະຈຸບັນ, ກະຊວງສາທາລະນະສຸກໄດ້ພົບ 149 ກໍລະນີຕິດເຊື້ອພະຍາດຢູ່ 5 ແຂວງ, ນະຄອນ, ລວມມີ: ຫາຍເຢືອງ (130 ຄົນ), ກວາງນິງ (15 ຄົນ), ຮ່າໂນ້ຍ (2 ຄົນ), ຫາຍຟ່ອງ (1 ຄົນ).

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top