• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຕັດສິນໃຈບັນລຸລະດັບເຕີບໂຕ GDP 6,7% ຕາມຕົວເລກຄາດໝາຍໃນມະຕິຂອງສະພາແຫ່ງຊາດ


(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ)
 
      ໃນ​ຕອ​ນ​ເຊົ້າ​ວັນ​ທີ 2/8, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ​ໃນເດືອນ 07 ແລະ​ 7 ເດືອນ  ປີ 2016, ສະ​ພາບ​ການຜັນ​ຂະ​ຫຍາຍມະ​ຕິ ​ເລກ​ທີ 01 ກ່ຽວ​ກັບ​ໜ້າ​ທີ່ຮັບ​ຜິດ​ຊອບ​ ມາດ​ຕະ​ການ​​ຫຼັກ ໃນ​ການ​ຊີ້​ນຳ​ບໍ​ລິ​ຫານ ການປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ແລະ ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ ​ປີ 2016. ຕາມ​ການ​ລາຍ​ງານ ​ຂອງ​ກະ​ຊວງ​ແຜນ​ກາ​ນ ແລະ ການ​ລົງ​ທຶນຫວຽດ​ນາມ, ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ 7 ເດືອນ ຜ່ານ​ມາ ໄດ້​ມີ​ການ​​​ຫັນ​ປ່ຽນ​, ​ເສດ​ຖະ​ກິດ​ມະ​ຫາ​ພາກ ​​ເປັນ​ປົກ​ກະ​ຕິ​ໂດຍພື້ນ​ຖານ​. ໃນ​ນັ້ນ, ​​ຂະ​ແໜງ​ອຸດ​ສາ​ຫະ​ກຳເກືອບ​ທັງ​ໝົດ ​ ລ້ວນ​ແຕ່​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ. ໄພ​ເງິນ​ເຟີ້​ ສະ​ເລ່ຍ 7 ເດືອນ​ຜ່ານ​ມາ​ຕ່ຳ​ກວ່າ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ພ້ອມ​ກັນນັ້ນ, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ເພີ່ມ​ຂື້ນ 3,9%; ຕົວ​ເລກ​ຄາດ​ໝາຍ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ຄາດ​ວ່າ​ປ່ອຍ​ເງິນ​​ໄດ້ 8,5 ຕື້USD, ທຶນ​ຈົດ​ທະ​ບຽນ​ບັນ​ລຸ​ເກືອບ 13 ຕື້ USD. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶ​ນ ໄດ້ຍົກ​ອອກ ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ ຂອງ​ປີນີ້ ໃນ 3 ລະ​ດັບ ​ຄື: 6,27; 6,5%; 6,7;
        ກ່ຽວ​ກັບ​ບັນ​ດາມາດ​ຕະ​ການ​ແກ້​ໄຂ​ທ້າຍ​ປີ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ ຖື​ວ່າ:  ຈຳເປັນ​ຕ້ອງ​ສຸມ​ໃສ່​ຍູ້​ແຮງ​ການ​ຜະ​ລິດ​ກະ​ສິ​ກຳ, ຊຸກ​ຍູ້​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ໃນ​ນັ້ນ​ມີອຸດ​ສາ​ຫະ​ກຳ​ສຳ​ຮອງ, ຍູ້​ແຮງ​ການ​ສົ່ງ​ອອກ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ຄຸ້ມ​ຄອງ​ບໍ​ລິ​ການ​ການ​ຂົນ​ສົ່ງ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ຄົງ​ຄ້າງ ໃນ​ການ​ເກັບຄ່າ​ບໍ​ການບັນ​ດາ​ຄົງ​ການ BOT, ຫຼຸດ​ຄ່າ​ໃຊ້​ຈ່າຍ​ທາງບົກ. ພ້ອມ​ກັນ​ນັ້ນ, ແມ່ນ​ສືບ​ຕໍ່​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ດ້ວຍ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ງົບ​ປະ​ມານ ແລະ ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ,  ສູ້​ຊົນ​ເກັບ​ລາຍ​ຮັບ​ງົບ​ປະ​ມານ​ໃຫ້ບັນ​ລຸ​ຄາດ​ໝາຍ; ຄຸ້ມ​ຄອງລາຍ​ຈ່າຍ​​ຈາກ​ງົບ​ປະ​ມານ​ຂອງລັດຢ່າງເຄັ່ງ​ຄັດ, ຍູ້​ແຮງ​ການ​ສົ່ງ​ອອກ, ຄວບ​ຄຸມ​ການ​ນຳ​ເຂົ້າ ແລະ ຂຸດ​ຄົ້ນຕະຫຼາດ​ພາຍ​ໃນ​ປະ​ເທດ​​ໃຫ້​ດີ, ເປັນ​ຕົ້ນ​ແມ່ນ​ຕະຫຼາຍ​ອາ​ຊຽນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top