ພາບນຳ້ຖ້ວມຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດໂຄງການກໍ່ສ້າງ
ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ. (ພາບ: THX/VNA)
ສຳນັກຂ່າວສານປະເທດ ລາວ (KPL) ໄດ້ລົງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໃນວັນທີ 24 ກໍລະກົດ 2018 ໄດ້ໃຫ້ຮູ້ວ່າ: ລັດຖະບານປະກາດໃຫ້ເອົາເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຂອງເມືອງສະໜາມໄຊ ແຂວງ ອັດຕະປື ເປັນເຂດໄພພິບັດ ສຸກເສີນ ທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ ແຂວງ ອັດຕະປື.ເບື້ອງຕົ້ນມີປະຊາຊົນທີ່ໄດ້ຮັບຜົນກະທົບຈຳນວນ 1.005 ຄອບຄົວ, ມີຜູ້ສູນຫາຍປະມານ 34 ຄົນ.
ທ່ານ ປະສົງ ວົງຄຳຈັນ, ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ໃຫ້ຮູ້ວ່າ ໃນນາມກອງເລຂາ ແຫ່ງຊາດ ກຳລັງສືບຕໍ່ຄົ້ນຄວ້າຊ່ວຍເຫລືອສຸກເສີນຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ, ເປັນຕົ້ນແມ່ນ ອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ.
ປັດຈຸບັນ, ກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດໄດ້ສົມທົບກັບກຳລັງທະຫານ, ຕຳຫລວດ, ອົງການຈັດຕັ້ງຂອງລັດ-ເອກະຊົນ ແລະ ປະຊາຊົນ ນຳໃຊ້ພາຫະນະທາງເຮືອບິນ, ລົດຍົນ ແລະ ເຮືອ ເພື່ອລະດົມກັນຊ່ວຍອົບພະຍົບປະຊາຊົນຜູ້ປະສົບໄພ ມາໄວ້ ໃນສະຖານທີ່ສູງ ແລະ ປອດໄພ. ພ້ອມທັງສືບຕໍ່ກູ້ໄພ ຜູ້ທີ່ຍັງຫລົງເຫລືອ ຫລື ຕົກຄ້າງຢູ່ຕາມ ບ້ານເຮືອນ ແລະ ເຂດທີ່ປະສົບໄພ ທີ່ຍັງອອກມາບໍ່ໄດ້.

ປະຕິບັດ: VNA