• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະ​ດັບ​ຄວາມ​ໄວ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ພົ້​ນ​ເດັ່​ນ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ 2021 – 2025

ພາຍຫຼັງ 5 ປີແຫ່ງການຜັນຂະຫຍາບບັນດາໂຄງການເປົ້າໝາຍຍຸດທະສາດ (2021 – 2025), ອັດຕາຄອບຄົວທຸກຍາກຫຼາຍສົ້ນຂອງ ຫວຽດນາມ ສະເລ່ຍຫຼຸດລົງ 1,03% ຕໍ່ປີ. ໃນນັ້ນ, ອັດຕາຄອບຄົວທຸກຍາກເຂດຊົນເຜົ່າສ່ວນໜ້ອຍຫຼຸດລົງສະເລ່ຍ 3,4% ຕໍ່ປີ, ລື່ນກາຍຄາດໝາຍວາງອອກແມ່ນ 3,2% ຕໍ່ປີ.
5 ປີຜ່ານມາ, ມີຫຼາຍກວ່າ 10.500 ຮູບແບບ, ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການຜັນຂະຫຍາຍ

5 ປີຜ່ານມາ, ມີຫຼາຍກວ່າ 10.500 ຮູບແບບ, ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການຜັນຂະຫຍາຍ, ດຶງດູດກວ່າ 205.000 ຄອບຄົວ, ຄອບ ຄົວໃກ້ທຸກຍາກ ແລະ ຄອບຄົວຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກເຂົ້າຮ່ວມ. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາກິດຈະກຳໜູນຊ່ວຍການສຶກສາວິຊາອາຊີບ, ການສິນເຊື່ອນະໂຍບາຍ, ສາທາລະນະສຸກ, ເຮືອນຢູ່, ນ້ຳສະອາດ ແລະ ການອະນາໄມສະພາບແວດລ້ອມ ກໍປະກອບສ່ວນປັບປຸງຄຸນນະພາບການດຳລົງຊີວິດ, ຮັບປະກັນການໜູນຊ່ວຍສັງຄົມໃຫ້ແກ່ຄົນທຸກຍາກ. ທ່ານ ຫງວຽນເລິມແທັ່ງ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ໃຫ້ຂໍ້ສັງເກດວ່າ:

        “ສິ່ງດັ່ງກ່າວໄດ້ຮັດແຄບໄລຍະຫ່າງພັດທະນາຂອງເຂດຊົນເຜົ່າສ່ວນໜ້ອຍ ກໍຄືເຂດຊົນນະບົດສຳລັບການພັດທະນາລວມຂອງທັງປະເທດ. ສະເພາະໂຄງການຊົນເຜົ່າສ່ວນໜ້ອຍ ກໍເຮັດໃຫ້ມີການປ່ຽນແປງກ່ຽວກັບພື້ນຖານໂຄງລ່າງ, ບັນດາກິດຈະກຳ, ກ່ຽວກັບການຄົມມະນາຄົມ, ໄຟຟ້າ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ພິເສດແມ່ນບັນດາອົງການວັດທະນະທຳ ລ້ວນແຕ່ມີການປ່ຽນແປງຢ່າງຕັ້ງໜ້າ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ

ທ່ານ ເຈິ່ນຮົ່ງມິນ, ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນ ໄດ້ອະນຸມັດຜ່ານແຜນນະໂຍບາຍລົງທຶນ 2 ໂຄງການ, ລວມມີ: ທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ແລະ ໂຄງການທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.

Top