• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະບົບການສັກຢາກັນພະຍາດຢ່າງແຮງຊ່ວຍ ຫວຽດນາມ ມີຄວາມເຂັ້ມແຂງໃນສະພາບໂລກລະບາດໂຄວິດ - 19

ຫວຽດນາມ ໄດ້ສ້າງລະບົບການສັກຢາກັນພະຍາດຢ່າງແຮງ. ສາມາດສະໜອງ ວັກຊິນ ກັນໂຄວິດ-19 ສັກໃຫ້ແກ່ປະຊາຊົນຢ່າງປອດໄພ ແລະ ມີປະສິດທິຜົນ.
  ທ່ານນາງ Rana Flowers, ຫົວໜ້າອົງການຜູ້ຕາງໜ້າ UNICEF (ພາບ: TTXVN)  

ວັນທີ 19 ກໍລະກົດ, ເມື່ອກ່າວຄຳເຫັນກ່ຽວກັບກອງທຶນເຍົາວະຊົນ ສປຊ (UNICEF) ແລະ ອົງການອະນາໄມໂລກ (WHO) ປະກາດຂໍ້ມູນທາງການກ່ຽວກັບການສັກຢາໃຫ້ເດັກນ້ອຍ, ທ່ານນາງ Rana Flowers, ຫົວໜ້າອົງການຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ: ຫວຽດນາມ ໄດ້ສ້າງລະບົບການສັກຢາກັນພະຍາດຢ່າງແຮງ. ສາມາດສະໜອງ ວັກຊິນ ກັນໂຄວິດ-19 ສັກໃຫ້ແກ່ປະຊາຊົນຢ່າງປອດໄພ ແລະ ມີປະສິດທິຜົນ.

ທ່ານນາງ Rana Flowers ໄດ້ຮຽກຮ້ອງໃຫ້ ຫວຽດນາມ ມານະພະຍາຍາມຫຼາຍກ່ວາອີກເພື່ອປະກອບສ່ວນບັນລຸໄດ້ອັດຕາການສັກຢາວັກຊິນທົ່ວໂລກ ແລະ ສະກັດກັ້ນສະພາບໂລກລະບາດໂຄວິດ  -19 ແຜ່ລະບາດຄືນໃໝ່. ສິ່ງດັ່ງກ່າວໄດ້ເນັ້ນໜັກເຖິງບົດບາດສຳຄັນໃນການສັກຢາວັກຊິນເພື່ອຮັກສາສຸຂະພາບໃຫ້ແກ່ເດັກນ້ອຍ, ຊາວໜຸ່ມເຍົາວະຊົນ, ຜູ້ໃຫຍ່ ແລະ ທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top