• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມທຸກແຫຼ່ງກຳລັງເພື່ອປ້ອງກັນ, ຄວບຄຸມໂລກລະບາດ

      ແຂວງຮ່າຢາງ, ລອງອານ, ຮືງອຽນໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອປ້ອງກັນ, ຄວບຄຸມໂລກລະບາດ.
ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ຜັນແປໄປຢ່າງສັບສົນ, ສົ່ງຜົນສະທ້ອນເຖິງທຸກດ້ານຊີວິດສັງຄົມນັ້ນ, ວັນທີ 03 ເມສາ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນການເມືອງ- ສັງຄົມຢູ່ບັນດາແຂວງຮ່າຢາງ, ລອງອານ, ຮືງອຽນໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອປ້ອງກັນ, ຄວບຄຸມໂລກລະບາດ.
ວັນທີ 03 ເມສາ, ແຂວງຮ່າຢາງໄດ້ຈັດພິທີລະດົມການສະໜັບສະໜູນປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ເພື່ອແນໃສ່ເພີ່ມທະວີແຫຼ່ງກຳລັງໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ, ບັນດາອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ, ປະຊາຊົນປ້ອງກັນ, ຄວບຄຸມໂລກລະບາດ. ຜ່ານພິທີປຸກລະດົມດັ່ງກ່າວໄດ້ຮັບເງິນສະໜັບສະໜູນຈຳນວນ 100 ລ້ານດົ່ງເພື່ອຊື້ວັດຖຸອຸປະກອນການແພດເພື່ອເອົາໄປມອບໃຫ້ບັນດາຫົວໜ່ວຍ, ສ່ວນບຸກຄົນທີ່ພວມເຮັດໜ້າທີ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຂອງແຂວງຮ່າຢາງ.
ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ກຳມະກອນ, ຜູ້ອອກແຮງງານຍ້ອນໂລກລະບາດໂຄວິດ-19, ມີຫຼາຍຮາກຖານໃຫ້ເຊົ່າເຮືອນພັກຢູ່ໃນບໍລິເວນແຂວງລອງອານກໍ່ໄດ້ຫຼຸດລາຄາເຊົ່າຫ້ອງພັກ, ຄ່າໄຟຟ້າ, ນ້ຳປະປາໃຫ້ຜູ້ເຊົ່າເຮືອນ.
ຢູ່ແຂວງຮືງອຽນ, ຄະນະຊາວໜຸ່ມແຂວງຮືງອຽນໄດ້ຕັ້ງໜ້າໂຄສະນາ, ເຮັດອະນາໄມສິ່ງແວດລ້ອມ, ແຈກຢາຍນ້ຳລ້າງມືຂ້າເຊື້ອ, ຜ້າອັດປາກ…
 (ແຫຼ່ງຄັດຈາກ VOV)
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top