• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລວບລວມສະພາບໂລກລະບາດ Covid-19 ຢູ່ໃນໂລກ

      ໂລກລະບາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວາງໃນໂລກ, ເມື່ອມີຫຼາຍປະເທດກວດພົບມີກໍລະນີຕິດເຊື້ອໄວຣັດຄົນທຳອິດ ແລະ ບັນດາກໍລະນີຕິດເຊື້ອໃໝ່
 
(ພາບປະກອບ: VGP)
      ມີພົນລະເມືອງຫວຽດນາມ 1 ຄົນຢູ່ນະຄອນ Daegu ຂອງສ.ເກົາຫຼີ ໄດ້ຕິດເຊື້ອພະຍາດໄວຣັດ SARS-CoV-2.
          ຕອນເຊົ້າວັນທີ 01 ມີນາ, ອົງການຄຸ້ມຄອງ ແລະ ປ້ອງກັນຕ້ານເຊື້ອພະຍາດສ.ເກົາຫຼີ ໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອພະຍາດໄວຣັດ SARS-CoV-2 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 376 ກໍລະນີ, ລວມທັງໝົດແມ່ນ 3.526 ກໍລະນີ.
          ໃນວັນທີ 29 ກຸມພາ, ຈີນ ໄດ້ຢັ້ງຢືນວ່າ, ມີ 79.824 ຄົບຕິດເຊື້ອໄວຮັດດັ່ງກ່າວ ແລະ 2.870 ຜູ້ເສຍຊີວິດຍ້ອນ Covid-19. ມີທັງໝົດ 41.625 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.
          ສ່ວນຢູ່ອີຣານ, ໄລ່ຮອດວັນທີ 29 ກຸມພາ, ມີ 43 ຄົນເສຍຊີວິດ ແລະ 593 ກໍລະນີຕິດເຊື້ອໄວຣັດ, ປະຈຸບັນ ອີຣານ ແມ່ນປະເທດມີຜູ້ເສຍຊີວິດຫຼາຍທີ 2 ໃນໂລກຖັດຈາກຈີນ. ອີຕາລີ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຍ້ອນ Covid-19 ຫຼາຍທີ 3 ໃນໂລກ, ດ້ວຍຈຳນວນ 29 ຄົນເສຍຊີວິດ ແລະ 1.128 ຄົນຕິດ Covid-19.
          ອາເມລິກາ ແລະ ອົດສະຕາລີ ແຈ້ງວ່າ, ໄດ້ມີກໍລະນີທຳອິດເສຍຊີວິດຍ້ອນຕິດເຊື້ອພະຍາດໄວຣັດ Covid-19. ອຽກລັງ, ເອກູອາດໍ ແລະ ກາຕາ ແມ່ນບັນດາປະເທດຫາກໍກວດພົບມີກໍລະນີຕິດເຊື້ອທຳອິດ.
 (ແຫຼ່ງຄັດຈາກ VOV)

ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາ​ດການ​ທະ​ຫານ ຫວຽດ​ນາມ ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ

ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາ​ດການ​ທະ​ຫານ ຫວຽດ​ນາມ ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ

ກ່ອນ​ນີ້ 70 ປີ, ວັນ​ທີ 17 ກໍ​ລະ​ກົດ 1956, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ອອກ​ຂ​ໍ້​ຕົກ​ລົງ​ສ້າງ​ຕັ້ງຄະ​ນະ​ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນການ​ທະ​ຫານ, ຊື່​ເກົ່າ​ຂອງ​ຫໍພິ​ພິ​ທະ​ຕັນ​ປະ​ຫວັດ​ສາດການ​ທະ​ຫານ ຫວຽດ​ນາມ.

Top