ເລື່ອງຈັດຕັ້ງບັນດາເຫດການຂອງສັບປະດາຂັ້ນສູງ APEC 2017 ສຳເລັດຜົນ, ດ້ວຍບັນດາຂີດໝາຍ ຫວຽດນາມ ກ່ຽວກັບເນື້ອໃນ ແລະການຈັດຕັ້ງຈະປະກອບສ່ວນສ້າງຜົນສໍາເລັດລວມໃຫ້ປີ APEC 2017. ຜົນສໍາເລັດນັ້ນຢັ້ງຢືນແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະກວ້າງຂວາງ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນ, ກໍ່ສ້າງ, ສ້າງບັນດາກົນໄກຫຼາຍຝ່າຍເປັນຮູບປະທຳ, ພ້ອມທັງໂຄສະນາບັນດາຄວາມສາມາດບົ່ມຊ້ອນ ແລະກາລະໂອກາດໃໝ່ກ່ຽວກັບການພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ການບໍລິການ, ການເຊື່ອມຕໍ່, ການທ່ອງທ່ຽວຂອງ ຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ CSOM. ພາບ: qdnd.vn
ນີ້ບໍ່ແມ່ນເປັນເທື່ອທຳອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC. ກ່ອນນີ້ 11 ປີ, ຫວຽດນາມ ໄດ້ເປັນກຽດ ແລະເອກອ້າງທະນົງໃຈໄດ້ຮັບເລືອກເຟັ້ນຈາກບັນດາສະມາຊິກທັງໝົດໃຫ້ເປັນປະເທດເຈົ້າພາບປີ APEC 2006. ຜົນສໍາເລັດຂອງປີ APEC 2006 ໄດ້ສ້າງເປັນຂີດໝາຍ ຫວຽດນາມ ໃນວິວັດແຫ່ງການຮ່ວມມື APEC, ສະແດງໃຫ້ເຫັນຄວາມເຕີບໃຫຍ່ເຂັ້ມແຂງຂອງທັງທ່າແຮງ ແລະກໍາລັງຄວາມສາມາດຂອງປະເທດ, ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຄົາລົບນັບຖືຈາກເພື່ອນມິດສາກົນ.
ຄັ້ງທີສອງກາຍເປັນພື້ນຖານເສດຖະກິດເຈົ້າພາບຂອງ APEC ໄດ້ສະແດງໃຫ້ເຫັນຄວາມຕັດສິດໃຈຂອງ ຫວຽດນາມ ຜັນຂະຫຍາຍຢ່າງແຮງແນວທາງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ຫັນຈາກຈິນຕະນາການ “ເຂົ້າຮ່ວມຢ່າງຕັ້ງໜ້າ” ໃຫ້ "ເປັນເຈົ້າການປະກອບສ່ວນກໍ່ສ້າງ, ສ້າງກົດໝາຍລວມເປັນຮູບປະທຳ”, ຢືນຢັນ ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງ APEC ເວົ້າສະເພາະກໍ່ຄືປະຊາຄົມສາກົນເວົ້າລວມ.ສັບປະດາຂັ້ນສູງ APEC 2017 ເວົ້າສະເພາະ ແລະປີ APEC ຫວຽດນາມ 2017 ເວົ້າລວມໄດ້ດໍາເນີນກົງກັບເວລາ APEC ກໍາລັງກ້າວເຂົ້າສູ່ໄລຍະສໍາເລັດບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າ ແລະການລົງທຶນເປັນເສລີໃນປີ 2020, ແຕ່ວ່າ, ກໍ່ພົບກັບສິ່ງທີ່ກີດຂວາງບໍ່ໜ້ອຍສໍາລັບວິວັດທະນາການຫັນເປັນໂລກາພິວັດ ແລະເຊື່ອມຕໍ່ເສດຖະກິດ. ຄວາມຈິງນີ້ເຮັດໃຫ້ບັນດາຜູ້ນໍາ APEC ຕ້ອງມີຄວາມຮັບຜິດຊອບໜ້າທີ່ສໍາຄັນແມ່ນຮ່ວມແຮງຮ່ວມໃຈກະທໍາເພື່ອສ້າງບາດກ້າວຫັນປ່ຽນຢ່າງແຮງກວ່າໃຫ້ເວທີປາໄສ, ຈາກນັ້ນນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນ ແລະວິສາຫະກິດ.
ຍ້ອນເຫດນັ້ນ, ຫົວຂໍ້ຂອງປີ APEC 2017 “ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ໄດ້ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ລວມຂອງບັນດາພື້ນຖານເສດຖະກິດສະມາຊິກກ່ຽວກັບການຊອກຫາ “ກໍາລັງໜູນໃໝ່” ໃຫ້ການເຊື່ອມໂຍງ, ຮ່ວມສຳພັນ ແລະການເຕີບໂຕເສດຖະກິດຂອງ ອາຊີ-ປາຊີຟິກ. ມັນກໍ່ສະແດງໃຫ້ເຫັນຈຸດໝາຍໄລຍະຍາວຂອງ APEC ແລະອາຊີ - ປາຊີຟິກ ກ່ຽວກັບການ “ເພີ່ມພູນຄູນສ້າງອະນາຄົດລວມແມ່ນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະວັດທະນາຖາວອນ, ທັງແມ່ນຄວາມມຸ່ງຫວັງກ່ຽວກັບການພັດທະນາໃໝ່ຂອງ APEC ໃນປີ 2017, ປະກອບສ່ວນຢືນຢັນຖານະບົດບາດຂອງເວທີປາໄສໃນສະຖານະການໃໝ່.
ພິເສດ, ປີນີ້, ດ້ວຍຖະນາເປັນພື້ນຖານເສດຖະກິດເຈົ້າພາບ, ຫວຽດນາມ ຈະຕ້ອນຮັບການນໍາເສດຖະກິດ APEC ຈຳນວນໜຶ່ງສົມທົບກັບການຢ້ຽມຢາມຢ່າງເປັນທາງການເພື່ອແນໃສ່ເຮັດໃຫ້ການພົວພັນສອງຝ່າຍ ແລະການສົມທົບໃນບັນດາບັນຫາພາກພື້ນ ແລະສາກົນເລິກເຊິ່ງກວ່າອີກ. ຄຽງຂ້າງກັນນັ້ນ, ສັບປະດາຂັ້ນສູງ APEC 2017 ຄາດຄະເນຈະຕ້ອນຮັບຜູ້ແທນ, ວິສາຫະກິດແຖວໜ້າພາກພື້ນ ແລະສາກົນພ້ອມກັບບັນດາກຸ່ມບໍລິສັດສື່ມວນຊົນໃຫຍ່ 10.000 ຄົນເຂົ້າຮ່ວມ, ນີ້ຈະແມ່ນກາລະໂອກາດທີ່ຫາຍາກເພື່ອໂຄສະນາເຜີຍແຜ່ຮູບພາບ ຫວຽດນາມ ສັນຕິພາບ, ສະຖຽນລະພາບ, ສະໜິດສະໜົມ, ປ່ຽນແປງໃໝ່ ແລະຂະຫຍັນຂັນເຄື່ອນກໍ່ຄືທ່າແຮງປຽບທຽບຂອງບັນດາທ້ອງຖິ່ນ, ເຂດພາກໃນທົ່ວປະເທດ.
ມາຮອດປະຈຸບັດນີ້, ປີ APEC ຫວຽດນາມ 2017 ໄດ້ດໍາເນີນໄປຢ່າງສະດວກ, ດ້ວຍການເຄື່ອນໄຫວຕ່າງໆທີ່ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ.
ດ້ວຍທ່າແຮງ ແລະກໍາລັງໃໝ່ຂອງປະເທດຊາດພາຍຫຼັງກວ່າ 30 ປີແຫ່ງການປ່ຽນແປງໃໝ່ພ້ອມກັບການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນມິດ ແລະຄູ່ຮ່ວມມື, ພວກເຮົາມີຄວາມເຊື່ອໝັ້ນຢ່າງແນ່ນອນວ່າສັບປະດາຂັ້ນສູງ APEC 2017 ຈະປະສົບຜົນສໍາເລັດຢ່າງດີງາມ, ປະກອບສ່ວນເຂົ້າຜົນສໍາເລັດລວມຂອງປີ APEC ຫວຽດນາມ 2017, ປະກອບສ່ວນຢັ້ງຢືນບົດບາດນັບມື້ນັບສໍາຄັນຂອງເວທີປາໄສກໍ່ຄືຖານະບົດບາດສຳຄັນຂອງ ຫວຽດນາມ ໃນການຄຸ້ມຄອງພາກພື້ນ ແລະໃນທົ່ວໂລກ.
(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)