ກ່ຽວກັບການຮ່ວມມືສາກົນ ແລະ ພາກພື້ນ, ຫວຽດນາມ ແລະ ຝລັ່ງຢັ້ງຢືນຄືນເຈດຕະຕາດີ ພ້ອມກັນກະທຳເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍໂລກເປັນປົກກະຕິ ແລະ ວັດທະນາຖາວອນ, ເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊຢ່າງຄົບຖ້ວນ
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: VNA)
ເນື່ອງໃນໂອກາດຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Emmanuel Macron, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຊຸກຍູ້ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝລັ່ງ.
ກ່ຽວກັບການຮ່ວມມືສາກົນ ແລະ ພາກພື້ນ, ຫວຽດນາມ ແລະ ຝລັ່ງຢັ້ງຢືນຄືນເຈດຕະຕາດີ ພ້ອມກັນກະທຳເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍໂລກເປັນປົກກະຕິ ແລະ ວັດທະນາຖາວອນ, ເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊຢ່າງຄົບຖ້ວນ, ສະໜັບສະໜູນການປະຕິຮູບລະບອບລະບຽບການຂອງ ສປຊ, ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ EU - ເພີ່ມທະວີການຮ່ວມມືໃນຂອບເຂດອົງການຈັດຕັ້ງສາກົນ ຝລັ່ງ ໂກໂຟນີ.
ກ່ຽວກັບການພົວພັນສອງຝ່າຍ, ຫວຽດນາມ ແລະ ຝລັ່ງເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ໃນນັ້ນໃຫ້ບຸລິມະສິດກ່ຽວກັບການຮ່ວມມືອຸດສາຫະກຳປ້ອງກັນຊາດ ແລະ ເຕັກໂນໂລຢີປ້ອງກັນຊາດ ເໝາະສົມກັບຄວາມຕ້ອງການ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍ, ຊຸກຍູ້ການຮ່ວມມື ແລະ ບຳລຸງສ້າງ, ການປ້ອງກັນຕ້ານອາດຊະຍາກຳມີການຈັດຕັ້ງ, ຂ້າມຊາດ.
ສືບຕໍ່ຍູ້ແຮງການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຢີ, ເສົາຄ້ຳຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, quantum, ເຕັກນິກດີຈີຕອນ, ເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີພະລັງງານ ແລະ ທະເລ, ກໍ່ຄືຄົມມະນາຄົມອັດສະລິຍະ, ສະແດງເຈດຈຳນົງຢາກຮ່ວມມືກັບໂຄງການສະໜອງ ແລະ ການຍິງດາວທຽມສັງເກດ VNREDSat-2, ເຊິ່ງແມ່ນໂຄງການໂດຍຝລັ່ງໜູນຊ່ວຍຜ່ານການລະດົມບັນດາເຄື່ອງມືການເງິນຂອງຝລັ່ງ.
(ແຫຼ່ງຄັດຈາກ VOV)