ຂ່າວສານ

ຫວຽດ​ນາມ ແລະ ຝ​ລັ່ງ​ອອກ​ຖະ​ແຫຼງ​ການຮ່ວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ສາ​ກົນ ແລະ ພາກ​ພື້ນ, ຫວຽດ​ນາມ ແລະ ຝ​ລັ່ງ​ຢັ້ງ​ຢືນ​ຄືນ​ເຈດ​ຕະຕາດີ ພ້ອມ​ກັນ​ກະ​ທຳ​ເພື່ອ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂລກ​ເປັນ​ປົກ​ກະ​ຕິ ແລະ ວັດ​ທະ​ນາ​ຖາ​ວອນ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ​ຢ່າງ​ຄົບ​ຖ້ວນ
  ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວ​ຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ ສ.ຝ​ລັ່ງຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວ​ຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Emmanuel Macron, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຝ​ລັ່ງ.

ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ສາ​ກົນ ແລະ ພາກ​ພື້ນ, ຫວຽດ​ນາມ ແລະ ຝ​ລັ່ງ​ຢັ້ງ​ຢືນ​ຄືນ​ເຈດ​ຕະຕາດີ ພ້ອມ​ກັນ​ກະ​ທຳ​ເພື່ອ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂລກ​ເປັນ​ປົກ​ກະ​ຕິ ແລະ ວັດ​ທະ​ນາ​ຖາ​ວອນ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ​ຢ່າງ​ຄົບ​ຖ້ວນ, ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ຂອງ ສ​ປ​ຊ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ EU - ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຝ​ລັ່ງ ໂກ​ໂຟ​ນີ.

ກ່ຽວ​ກັບ​ການ​ພົວ​ພັນ​ສອ​ງ​ຝ່າຍ, ຫວຽດ​ນາມ ແລະ ຝ​ລັ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ໃນ​ນັ້ນ​ໃຫ້​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ແລະ ເຕັກ​ໂນ​ໂລ​ຢີ​ປ້ອງ​ກັນ​ຊາດ ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ບຳ​ລຸງ​ສ້າງ, ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ, ຂ້າມຊາດ.

ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ທາງດ້ານວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ເສົາ​ຄ້ຳ​ຮ່ວມມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ປັນ​ຍາ​ປະ​ດິດ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, quantum, ເຕັກ​ນິກ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ, ເຕັກ​ໂນ​ໂລ​ຢີ​ພະ​ລັງ​ງານ ແລະ ທະ​ເລ, ກໍ່​ຄື​ຄົມ​ມະ​ນາ​ຄົມ​ອັດ​ສະ​ລິ​ຍະ, ສະ​ແດງ​ເຈດ​ຈຳ​ນົງ​ຢາ​ກ​ຮ່ວມ​ມື​ກັບ​ໂຄງ​ການ​ສະ​ໜອງ ແລະ ການ​ຍິງ​ດາວ​ທຽມ​ສັງ​ເກດ VNREDSat-2, ເຊິ່ງ​ແມ່ນ​ໂຄງ​ການ​ໂດຍ​ຝ​ລັ່ງ​ໜູນ​ຊ່ວຍ​ຜ່ານ​ກາ​ນ​ລະ​ດົມ​ບັນ​ດາ​ເຄື່ອງ​ມື​ການ​ເງິນ​ຂອງ​ຝ​ລັ່ງ.


top